lo_1pe_tn_l3/04/03.txt

42 lines
5.6 KiB
Plaintext

[
{
"title": "ກິນລ້ຽງກັນຢ່າງຟູມເຟືອຍ",
"body": "ຄໍາດັ່ງກ່າວຊີ້ໃຫ້ເຫັນເຖິງກິດຈະກໍາທີ່ຜູ້ຄົນເຂົ້າມາດື່ມເຫລົ້າຈົນເມົາແລະເຮັດໃນສິ່ງທີ່ຫນ້າອັບອາຍ"
},
{
"title": "ປະພຶດບໍ່ເປັນປະໂຫຍດ",
"body": "ໃນສະບັບພາສາອັງກິດນັ້ນໃຊ້ຄໍາວ່າ \"floods of dissipation\" ຊຶ່ງແປໄດ້ວ່າ \"ກະແສນໍ້າທີ່ໄຫລຜ່າດ້ວຍຄວາມປະພຶດອັນບໍ່ເປັນປະໂຫຍດ\" ຊຶ່ງຕົວຢ່າງຂອງຄວາມບາບທີ່ເບິ່ງຄືກັບວ່າບໍ່ມີຂອບເຂດ ໄດ້ຮັບການປຽບທຽບໃຫ້ເໝືອນກັບນໍ້າທີ່ໄຫລຖ້ວມແລະໄຫລໄປໃສ່ຜູ້ຄົນ"
},
{
"title": "ບໍ່ໄດ້ເຮັດການຊົ່ວຮ້າຍ",
"body": "ຫມາຍເຖິງການເຮັດຕາມເນື້ອໜັງປາດຖະຫນາຢ່າງບໍ່ມີທີ່ສິ້ນສຸດ"
},
{
"title": "ພຣະອົງຜູ້ພ້ອມແລ້ວທີ່ຈະຊົງພິພາກສາ",
"body": "ມີຄວາມຫມາຍເປັນໄປໄດ້ຄື 1) \"ອົງພຣະຜູ້ເປັນເຈົ້າພ້ອມແລ້ວທີ່ຈະຊົງພິພາກສາ\" ຫລື 2) \"ອົງພຣະເຢຊູຄຣິດຜູ້ທີ່ພ້ອມແລ້ວທີ່ຈະພິພາກສາ\""
},
{
"title": "ຄົນເປັນແລະຄົນຕາຍ",
"body": "ຫມາຍເຖິງມະນຸດທຸກຄົນ ບໍ່ວ່າຈະຕາຍແລ້ວຫລືຍັງມີຊີວິດຢູ່ກໍຕາມ ແປໄດ້ອີກຢ່າງວ່າ \"ທຸກຄົນ\" (ໃຫ້ເບິ່ງຢູ່: figs_merism)"
},
{
"title": "ຂ່າວປະເສີດຈຶ່ງໄດ້ປະກາດແກ່ຄົນທີ່ຕາຍໄປແລ້ວດ້ວຍ",
"body": "ມີຄວາມຫມາຍທີ່ເປັນໄປໄດ້ຄື 1) \"ຂ່າວປະເສີດໄດ້ຮັບການປະກາດແກ່ຄົນທີ່ຕາຍໄປແລ້ວ\" ຫລື 2) \"ຂ່າວປະເສີດໄດ້ຮັບການປະກາດແກ່ຄົນທີ່ເຄີຍມີຊີວິດຢູ່ ແຕ່ຕອນນີ້ຄາຍແລ້ວ\""
},
{
"title": "ຂ່າວປະເສີດຈຶ່ງໄດ້ປະກາດແກ່",
"body": "ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່(ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ມີຄວາມຫມາຍທີ່ເປັນໄປໄດ້ຄື 1) ພຣະເຢຊູຄຣິດເປັນຜູ້ປະກາດຂ່າວປະເສີດ ຊຶ່ງແປໄດ້ອີກຢ່າງວ່າ \"ພຣະເຢຊູຄຣິດຊົງປະກາດຂ່າວປະເສີດ\" ຫລື 2) ບຸກຄົນອື່ນເປັນຜູ້ປະກາດຂ່າວປະເສີດ ຊຶ່ງແປໄດ້ອີກຢ່າງວ່າ \"ມະນຸດໄດ້ປະກາດຂ່າວປະເສີດ\"(ໃຫ້ເບິ່ງຢູ່: figs_activepassive)"
},
{
"title": "ເຂົາໄດ້ຖືກພິພາກສາຕາມຢ່າງມະນຸດໃນເນື້ອໜັງ",
"body": "ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ປະໂຫຍກດັ່ງກ່າວມີຄວາມຫມາຍທີ່ເປັນໄປໄດ້ຄື 1)ພຣະເຈົ້າຊົງພິພາກສາເຂົາຂະນະທີ່ເຂົາຍັງຢູ່ໃນໂລກ ຊຶ່ງແປໄດ້ອີກຢ່າງວ່າ \"ພຣະເຈົ້າຊົງພິພາກສາເຂົາ 2)ມະນຸດພິພາກສາພວກເຂົາຕາມບັນທັດຖານຂອງມະນຸດ ແປໄດ້ອີກຢ່າງວ່າ \"ມະນຸດໄດ້ພິພາກສາພວກເຂົາທາງຮ່າງກາຍຕາມຢ່າງມະນຸດ\""
},
{
"title": "ພິພາກສາຕາມຢ່າງມະນຸດໃນເນື້ອຫນັງ",
"body": "ຫມາຍເຖິງການພິພາກສາທີ່ມີໂທດຫນັກສູງສຸດຄື ການປະຫານຊີວິດຫລືຕາຍນັ້ນເອງ(ໃຫ້ເບິ່ງຢູ່: figs_euphemism)"
},
{
"title": "ມີຊີວິດຢູ່ຕາມແບບຢ່າງພຣະເຈົ້າໃນຝ່າຍຈິດວິນຍານ",
"body": "ມີຄວາມຫມາຍທີ່ເປັນໄປໄດ້ຄື 1) \"ມີຝ່າຍຈິດວິນຍານ\nເຫມືອນທີ່ພຣະເຈົ້າຊົງເປັນເພາະພຣະວິນຍານບໍຣິສຸດຈະເປັນຜູ້ທີ່ຊ່ວຍເຮົາໃຫ້ເຮັດເຊັ່ນນັ້ນໄດ້ ຫລື 2) \"ມີຊີວິດຢູ່ຕາມມາດຕະຖານຂອງພຣະເຈົ້າດ້ວຍຄວາມຊ່ວຍເຫລືອຈາກພຣະວິນຍານບໍຣິສຸດ\""
}
]