lo_1pe_tn_l3/03/07.txt

30 lines
4.0 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ",
"body": "ເປໂຕເລີ່ມຕົ້ນໂດຍການເວົ້າຢ່າງສະເພາະເຈາະຈົງກັບຜູ້ຄົນຊຶ່ງມີຖານະເປັນສາມີ"
},
{
"title": "ໃນທໍານອງດຽວກັນ",
"body": "ຫມາຍເຖິງວ່າຂໍ້ຄວາມນີ້ອ້າງໄປເຖິງຂໍ້ພຣະຄໍາພີທີ່ສະແດງໃຫ້ເຫັນນາງຊາຣາແລະຜູ້ເຊື່ອຄົນອື່ນໆນັ້ນເຊື່ອຟັງສາມີແບບໃດ ໃນບົດທີ 3 ຂໍ້ 5 (3:5)"
},
{
"title": "ຢູ່ກິນກັບພັນລະຍາໂດຍໃຊ້ຄວາມເຂົ້າໃຈ ເຫມືອນກັບເປັນເພດທີ່ອ່ອນແອກວ່າ",
"body": "ໃນພາສາອັງກິດນັ້ນໃຊ້ຄໍາວ່າ \"as with a weaker container\" ຊຶ່ງເປໂຕປຽບທຽບສະຕີເຫມືອນກັບພາຊະນະໃສ່ເຄື່ອງຂອງ ຫລື container ໃນພາສາອັງກິດ ເຊັ່ນດຽວກັບຜູ້ຊາຍບາງທີ່ຄັ້ງຖືກປຽບທຽບໃນລັກສະນະດັ່ງກ່າວ ແປໄດ້ອີກຢ່າງວ່າ \"ຢູ່ກິນກັບພັນລະຍາໂດຍໃຊ້ຄວາມເຂົ້າໃຈເໝືອນກັບເປັນຜູ້ທີ່ອ່ອນແອກ່ວາ\" (ໃຫ້ເບິ່ງຢູ່: figs_metaphor)"
},
{
"title": "ຈົ່ງໃຫ້ກຽດແກ່ພັນລະຍາເຫມືອນເປັນຜູ້ຮ່ວມຮັບມໍຣະດົກແຫ່ງຂອງປະທານແຫ່ງຊີວິດຮ່ວມກັນ",
"body": "ສາມາດແປປະໂຫຍກດັ່ງກ່າວໂດຍໃຊ້ກິລິຍາຄຳເວົ້າແທນ ດັ່ງນັ້ນຈຶ່ງແປໄດ້ອີກຢ່າງວ່າ \"ຈົ່ງໃຫ້ກຽດນາງເພາະນາງກໍໄດ້ຮັບຊີວິດນິຣັນດອນຈາກພຣະເຈົ້າເຊັ່ນດຽວກັນ\" (ໃຫ້ເບິ່ງຢູ່: figs_abstractnouns)"
},
{
"title": "ຜູ້ຮັບມໍຣະດົກແຫ່ງຂອງປະທານແຫ່ງຊີວິດ",
"body": "ຜູ້ຂຽນປຽບທຽບຊີວິດນິຣັນດອນເຫມືອນວ່າເປັນສິ່ງທີ່ສມາດສົ່ງຕໍ່ເປັນມໍຣະດົກໄດ້ (ໃຫ້ເບິ່ງຢູ່: figs_metaphor)"
},
{
"title": "ຈົ່ງເຮັດເຊັ່ນນີ້",
"body": "ຄໍາວ່າ \"ເຊັ່ນີ້\" ຫມາຍເຖິງວິທີການທີ່ສາມີຄວນປະພຶດຕໍ່ພັນລະຍາ ດັ່ງນັ້ນຈຶ່ງແປໄດ້ອີກຢ່າງວ່າ \"ຈົ່ງຢູ່ກິນກັບພັນລະຍາເຊັ່ນນີ້\" (ໃຫ້ເບິ່ງຢູ່: figs_explicit)"
},
{
"title": "ເພື່ອຈະບໍ່ມີສິ່ງຫນຶ່ງສິ່ງໃດຂັດຂວາງຄໍາອະທິຖານຂອງທ່ານ",
"body": "ຄໍາວ່າ \"ຂັດຂວາງ\" ຫມາຍເຖິງການທີ່ມີສິ່ງຫນຶ່ງສິ່ງໃດຖືກຂັດຂວາງບໍ່ໃຫ້ເກີດຂຶ້ນ ສາມາດແປໂດຍໃຊ້ປະໂຫຍກທີ່ມີ(ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ເພື່ອບໍ່ໃຫ້ມີສິ່ງໃດເຮັດໃຫ້ທ່ານ ໄຂ່ວເຂໄປຈາກຄໍາອະທິຖານ\" (ໃຫ້ເບິງຢູ່: figs_activepassive)"
}
]