lo_1pe_tn_l3/02/11.txt

34 lines
4.3 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ",
"body": "ເປໂຕກ່າວເລີ່ມຕົ້ນວ່າຈະດໍາເນີນຊີວິດຄຣິສຕຽນໄດ້ຢ່າງໃດ"
},
{
"title": "ຄົນຕ່າງດ້າວແລະຜູ້ເດີນທາງສັນຈອນ",
"body": "ໂດຍທົ່ວໄປແລ້ວທັງສອງຄໍານີ້ມີຄວາມຫມາຍເຊັ່ນດຽວກັນ ເປໂຕກ່າວເຖິງຜູ້ອ່ານວ່າເປັນຜູ້ທີ່ອາໄສຢູ່ໃນດິນແດນຕ່າງດ້າວແລະຫ່າງໄກຈາກບ້ານເກີດ ໃຫ້ກັບໄປເບິ່ງບົດທີ 1 ຂໍ້ 1 (1:1) ວ່າເຈົ້າໃຊ້ຄໍາເວົ້າຢ່າງໃດ (ໃຫ້ເບິ່ງຢູ່: figs_doublet และ figs_metaphor)"
},
{
"title": "ລະເວັ້ນຈາກຕັນຫາຂອງເນື້ອຫນັງ",
"body": "ຄໍາວ່າເນື້ອຫນັງໃນທີ່ນີ້ຫມາຍເຖິງທໍາມະຊາດຂອງບາບມະນຸດໃນໂລກທີ່ລົ້ມລົງໃນຄວາມບາບ ແລະສາມາດແປອີກຢ່າງຫນຶ່ງໄດ້ວ່າ \"ຢ່າເຮັດຕາມຕັນຫາຂອງເນື້ອຫນັງ\" (ໃຫ້ເບິ່ງຢູ່: figs_metaphor)"
},
{
"title": "ທຳການຕໍ່ສູ້ກັບຈິດວິນຍານຂອງເຈົ້າ",
"body": "ຄໍາວ່າ \"ຈິດວິນຍານ\" ໃນທ່ີນີ້ຫມາຍເຖິງຊີວິດຝ່າຍຈິດວິນຍານ ເປໂຕປຽບທຽບຕັນຫາເນື້ອຫນັງວ່າເປັນກອງທະຫານທີ່ພະຍາຍາມທໍາລາຍຊີວິດຝ່າຍຈິດວິນຍານຂອງບັນດາຜູ້ເຊື່ອ ສາມາດແປໄດ້ອີກຢ່າງວ່າ \"ສະແຫວງທີ່ຈະທໍາລາຍຊີວິດຝ່າຍຈິດວິນຍານຂອງເຈົ້າ\" (ໃຫ້ເບິ່ງຢູ່: figs_metonymy and figs_metaphor)"
},
{
"title": "ທ່ານທັງຫລາຍຈົ່ງມີການປະພຶດທີ່ດີ",
"body": "ເປໂຕປຽບທຽບຄວາມປະພຶດທີ່ດີຂອງບັນດາຜູ້ເຊື່ອເຫມືອນກັບວ່າເປັນວັດຖຸສິ່ງຂອງທີ່ສາມາດເປັນເຈົ້າຂອງໄດ້ ແທນທີ່ຈະບອກຕາມຕົງວ່າແມ່ນການກະທໍາຂອງຜູ້ທີ່ບ່ເຊື່ອທີ່ສາມາດເບິ່ງເຫັນໄດ້ (ໃຫ້ເບິ່ງຢູ່: figs_abstractnouns)"
},
{
"title": "ພວກເຂົາຕໍານິຕິຕຽນທ່ານ",
"body": "\"ຖ້າເຂົາກ່າວຫາທ່ານ\""
},
{
"title": "ເມື່ອພວກເຂົາສັງເກດເຫັນການດີຂອງທ່ານແລ້ວ",
"body": "ເປໂຕໄດ້ປຽບທຽບການປະພຶດຂອງຜູ້ເຊື່ອໃຫ້ເປັນເຫມືອນວັດຖຸອັນຫນຶ່ງທີ່ຜູ້ບໍ່ເຊື່ອສາມາດເຝົ້າເບິ່ງໄດ້ ແທນທີ່ຈະກ່າວຕາມຕົງວ່າ ຜູ້ບໍ່ເຊື່ອຈະໄດ້ເຫັນໃນສິ່ງທີ່ຄຣິສະຕຽນໄດ້ເຮັດ (ໃຫ້ເບິ່ງຢູ່: figs_abstractnouns)"
},
{
"title": "ໃນວັນທີ່ພຣະອົງຈະຊົງສະເດັດມາ",
"body": "ຫມາຍເຖິງວັນທີ່ພຣະເຈົ້າຈະຊົງຕັດສິນພິພາກສາທຸກຄົນ ເຈົ້າສາມາດແປໂດຍໃຊ້ກິລິຍາໄດ້ ສາມາດແປອີກຢ່າງຫນຶ່ງວ່າ \"ເມື່ອພຣະອົງສະເດັດມາພິພາກສາທຸກຄົນ\" (ໃຫ້ເບິ່ງຢູ່: figs_abstractnouns ແລະ figs_explicit)"
}
]