[ { "title": "ຂ້າພະເຈົ້າໄດ້ຂຽນເຖິງທ່ານສັ້ນໆຜ່ານທາງເຂົາ", "body": "ຊີລາວານເປັນຜູ້ບັນທຶກຄໍາທັງຫລາຍທີ່ເປໂຕໄດ້ກ່າວລົງໃນຈົດຫມາຍສະບັບນີ້" }, { "title": "ສິ່ງທີ່ຂ້າພະເຈົ້າໄດ້ຂຽນເປັນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ", "body": "\"ຂ້າພຣະເຈົ້າໄດ້ຂຽນກ່ຽວກັບພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ\" ຫມາຍເຖິງພຣະຄຸນທີ່ແທ້ຈິງຂອງພຣະຄຣິດຊຶ່ງບອກກ່ຽວກັບສິ່ງຕ່າງໆທີ່ພຣະເຈົ້າຊົງກະທໍາແກ່ບັນດາຜູ້ເຊື່ອ (ໃຫ້ເບິ່ງຢູ່: figs_metonymy)" }, { "title": "ຈົ່ງຢືນຢັນຢູ່ໃນພຣະຄຸນນັ້ນ", "body": "\"ພຣະຄຸນນັ້ນ\" ຫມາຍເຖິງ \"ພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ\" ເປໂຕໄດ້ປຽບທຽບວ່າຢືນຢັດຢູ່ໃນພຣະຄຸນນັ້ນປຽບເຫມືອນກັບການທີ່ຢືນຢູ່ ບ່ອນໃດບ່ອນຫນື່ງໂດຍບໍ່ຍ້າຍໄປທີ່ອື່ນເລີຍ ແປໄດ້ອີກຢ່າງວ່າ \"ຢືນຢັດຢ່າງເຂັ້ມແຂງແລະຢຶດຫມັ້ນໃນພຣະຄຸນນັ້ນໄວ້\" (ໃຫ້ເບິ່ງຢູ່: figs_metaphor)" }, { "title": "ຜູ້ຍິງທີ່ເມືອງບາບີໂລນ", "body": "ຄໍາວ່າ \"ຜູ້ຍິງ\" ໃນບໍລິບົດນີ້ຫມາຍເຖິງກຸ່ມຜູ້ເຊື່ອຊຶ່ງອາໃສຢູ່ໃນ \"ບາບີໂລນ\" ຊຶ່ງມີຄວາມຫມາຍທີ່ເປັນໄປໄດ້ຄື 1) ສັນຍາລັກຂອງເມືອງໃນໂຣມ 2) ສັນຍາລັກທີ່ສະແດງເຖິງສະຖານທີ່ທີ່ຄຣິສຕຽນຕ້ອງປະສົບກັບຄວາມທຸກຍາກ ຫລື 3) ຫມາຍເຖິງບາບີໂລນຈິງໆ ຫລື ເປັນໄປໄດ້ວ່ານະຄອນໂຣມ (ໃຫ້ເບິ່ງຢູ່: writing_symlanguage)" }, { "title": "ຜູ້ຊຶ່ງຊົງເລືອກໄວ້ເຊັ່ນດຽວກັນກັບທ່ານທັງຫລາຍ", "body": "ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານປະໂຫຍກເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ຜູ້ຊຶ່ງພຣະເຈົ້າຊົງເລືອກໄວ້ເຊັ່ນດຽວກັບທີ່ຊົງເລືອກທ່ານ\" (ໃຫ້ເບິ່ງຢູ່: figs_activepassive)" }, { "title": "ລູກຊາຍຂອງຂ້າພະເຈົ້າ", "body": "ເປໂຕກ່າວເຖິງມາຣະໂກວ່າເປັນລູກຊາຍຝ່າຍຈິດວິນຍານຂອງທ່ານ ແປໄດ້ອີກຢ່າງວ່າ \"ລູກຊາຍຝ່າຍຈິດວິນຍານຂອງຂ້າພະເຈົ້າ\" ຫລື \"ຜູ້ຊຶ່ງເຫມືອນກັບລູກຊາຍຂອງຂ້າພະເຈົ້າ\" (ໃຫ້ເບິ່ງຢູ່: figs_metaphor)" }, { "title": "ທໍານຽມຈູບອັນສະແດງຄວາມຮັກຕໍ່ກັນແລະກັນ", "body": "\"ທໍານຽມຈູບທີ່ເຕັມໄປດ້ວຍຄວາມຮັກ\" ຫລື \"ທໍານຽມຈູບເພື່ອສໍາແດງຄວາມຮັກຕໍ່ກັນແລະກັນ\" (ໃຫ້ເບິ່ງຢູ່: figs_abstractnouns)" } ]