[ { "title": "ຂໍ້ມູນທົ່ວໄປ", "body": "ເປໂຕເວົ້າໂດຍສະເພາະເຈາະຈົງໄປທີ່ບັນດາຜູ້ອາວຸໂສ" }, { "title": "ມີສ່ວນ\n", "body": "\"ຜູ້ຊຶ່ງມີສ່ວນທີ່ຈະໄດ້ມາຊຶ່ງ\" ຫລື \"ຜູ້ທີ່ຈະໄດ້ມີສ່ວນຮ່ວມໃນ\"" }, { "title": "ສະຫງ່າຣາສີທີ່ຈະມາກົດໃນພາຍຫລັງດວ້ຍ", "body": "ຫມາຍເຖິງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູຄຣິດ ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ສະຫງ່າຣາສີຂອງພຣະຄຣິດຊຶ່ງພຣະເຈົ້າຈະຊົງເປີດເຜີຍ\" (ໃຫ້ເບິ່ງຢູ່: figs_activepassive และ figs_metonymy)" }, { "title": "ຈົ່ງລ້ຽງຝູງແກະຂອງພຣະເຈົ້າ", "body": "ເປໂຕກໍາລັງເວົ້າເຖິງຜູ້ເຊື່ອວ່າເປັນຝູງແກະແລະປຽບທຽບຜູ້ອາວູໂສວ່າເປັນຜູ້ລ້ຽງແກະຊຶ່ງດູແລຝູງແກະ(ໃຫ້ເບິ່ງຢູ່: figs_metaphor)" }, { "title": "ຈົ່ງເອົາໃຈໃສ່ດູແລ", "body": "\"ຈົ່ງດູແລຝູງແກະ\"" }, { "title": "ຈົ່ງຢ່າປະພຶດຕົນເຫມືອນຢ່າງເປັນເຈົ້ານາຍທີ່ມີອໍານາດເຫນືອຄົນເຫລົ່ານັ້ນ...ແຕ່ຈົ່ງເປັນແບບຢ່າງ", "body": "ໃຫ້ຜູ້ອາວຸໂສນໍາໂດຍການທໍາຕົວເປັນແບບຢ່າງ ບໍ່ໃຊ່ດ້ວຍການເປັນເຈົ້ານາຍທີ່ມີແຕ່ໃຈຮ້າຍຢູ່ເຫນືອຄົນຮັບໃຊ້ຂອງຕົນ (ໃຫ້ເບິ່ງຢູ່: figs_metaphor)" }, { "title": "ທີ່ພວກທ່ານດູແລຢູ່", "body": "ສາມາດແປໄດ້ໂດຍໃຊ້ກິລິຍາວະລີໄດ້ ແປໄດ້ອີກຢ່າງວ່າ \"ສໍາລັບຜູ້ທີ່ທ່ານດູແລຢູ່\" (ໃຫ້ເບິ່ງຢູ່: figs_abstractnouns)\n" }, { "title": "ເມື່ອພຣະຜູ້ລ້ຽງຍິ່ງໃຫຍ່ຈະສະເດັດມາປາກົດ", "body": "ເປໂຕກໍາລັງເວົ້າເຖິງພຣະເຢຊູວ່າເປັນເຫມືອນຜູ້ລ້ຽງແກະທີ່ມີອໍານາດເຫນືອຜູ້ລ້ຽງແກະຄົນອື່ນໆທັງປວງ ສາມາດແປໂດຍໃຊ້ປະໂຫຍກທີ່ (ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ເມື່ອພຣະເຢຊູເປັນຫົວໜ້າຜູ້ລ້ຽງແກະສະເດັດມາປາກົດ\" ຫລື \"ເມື່ອພຣະຜູ້ເປັນເຈົ້າເປິດເຜີຍພຣະເຢຊູຜູ້ເປັນຫົວໜຫນ້າຜູ້ລ້ຽງແກະ(ໃຫ້ເບິ່ງຢູ່: figs_metaphor และ figs_activepassive)" }, { "title": "ມົງກຸດແຫ່ງສະຫງ່າຣາສີທີ່ບໍ່ຫ່ຽວແຫ້ງຈັກເທື່ອ", "body": "ຄໍາວ່າ \"ມົງກຸດ\" ໃນທີ່ນີ້ຫມາຍເຖິງ\nາງວັນອັນເປັນເຄື່ອງຫມາຍແຫ່ງໄຊຊະນະທີ່ຄົນໄດ້ຮັບ ສ່ວນຄໍາວ່າ \"ບໍ່ຫ່ຽວແຫ້ງຈັກເທື່ອ\" ຫມາຍເຖິງນິຣັນດອນ ແປໄດ້ອີກຢ່າງວ່າ \"ລາງວັນອັນເຕັມໄປດ້ວຍສະຫງ່າຣາສີຊຶ່ງຈະຄົງຢູ່ຕະຫລອດໄປເປັນນິຣັນດອນ\"(ໃຫ້ເບິ່ງຢູ່: figs_metaphor)" }, { "title": "ແຫ່ງສະຫງ່າຣາສີ", "body": "ເຕັມໄປດ້ວຍສະຫງ່າຣາສີ" } ]