[ { "title": "ຄອບຄົວຂອງພຣະເຈົ້າ", "body": "ຄໍາເວົ້າດັ່ງກ່າວຫມາຍເຖິງບັນດາຜູ້ເຊື່ອ ເປໂຕກ່າວເຖິງຜູ້ເຊື່ອເຫມືອນກັບວ່າເປັນຄອບຄົວຂອງພຣະເຈົ້າ (ໃຫ້ເບິ່ງຢູ່: figs_metaphor)" }, { "title": "ຫາກຈະເລີ່ມຕົ້ນກັບເຮົາສິ່ງທີ່ຈະເປັນຜົນສໍາລັບຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຈົ້າຈະເປັນຢ່າງໃດ?", "body": "ເປໂຕໃຊ້ຄໍາຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າ ການພິພາກສາຂອງພຣະເຈົ້າທີ່ມີຕໍ່ຜູ້ທີ່ປະຕິເສດຂ່າວປະເສີດນັ້ນ ຈະຫນັກາ\nຫນາກວ່າຄໍາພິພາກສາທີ່ມີຕໍ່ບັນດາຜູ້ເຊື່ອອີກ ແປໄດ້ອີກຢ່າງວ່າ \"(ຖ້າຫາກການພິພາກສາ)ເລີ່ມຕົ້ນທີ່ເຮົາແລ້ວ ຜົນ(ການພິພາກສາ)ຂອງຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຈະຫນັກກວ່ານັ້ນອີກ\" (ໃຫ້ເບິ່ງຢູ່: figs_rquestion)" }, { "title": "ຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດ", "body": "\"ຜູ້ທີ່ບໍ່ໄດ້ເຊື່ອໃນຂ່າວປະເສີດຂອງພຣະເຈົ້າ\" ຄໍາວ່າ \"ເຊື່ອຟັງ\" ໃນທີ່ນີ້ຫມາຍເຖິງຄວາມເຊື່ອ" }, { "title": "ຄົນຊອບທໍາ...ແລ້ວ ຄົນອະທໍາແລະຄົນບາບຈະໄປຢູ່ບ່ອນໃດ", "body": "ເປໂຕໄດ້ໃຊ້ຄໍາຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າຜູ້ທີ່ບໍ່ເຊື່ອນັ້ນຈະຕ້ອງທົນທຸກກວ່າບັນດາຜູ້ເຊື່ອຫລາຍເທົ່າໃດ ແປໄດ້ອີກຢ່າງວ່າ \"ຜູ້ຊອບທໍາ...ແຕ່ຜົນ(ການພິພາກສາ)ຈະໜັກກວ່ານັ້ນອີກສໍາລັບຄົນທີ່ບໍ່ເຊື່ອຟັງໃນຂ່າວປະເສີດຂອງພຣະເຈົ້າ\" (ໃຫ້ເບິ່ງຢູ່: figs_rquestion)" }, { "title": "ຄົນຊອບທໍາຈະລອດພົ້ນໄປໄດ້ຢ່າງຍາກ", "body": "ຄໍາວ່າ \"ລອດພົ້ນ\" ຫມາຍເຖິງການຊ່ວຍໃຫ້ລອດພົ້ນເທື່ອສຸດທ້າຍເມື່ອພຣະເຢຊູຄຣິດສະເດັດກັບມາ ຄໍາວ່າ \"ຍາກ\" \nຫມາຍຄວາມວ່າຄວາມຍາກລໍາບາກຊຶ່ກ່ຽວຂ້ອງກັບການຊ່ວຍໃຫ້ລອດ ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ຜູ້ຊອບທໍານັ້ນກໍປະສົບຄວາມຍາກລໍາບາກກ່ອນທີ່ພຣະເຈົ້າຈະຊົງຊ່ວຍກູ້ເຂົາ\" (ໃຫ້ເບິ່ງຢູ່: figs_activepassive)" }, { "title": "ຄົນອະທໍາແລະຄົນບາບ", "body": "ຄໍາວ່າ \"ຄົນອະທໍາ\" ແລະ \"ຄົນບາບ\" ຫມາຍເຖິງສິ່ງດຽວກັນ ໃຊ້ເພື່ອເນັ້ນໃຫ້ເຫັນເຖິງຄວາມຊົ່ວຮ້າຍຂອງຄົນ ແປໄດ້ອີກຢ່າງວ່າ \"ຄົນບາບອະທໍາ\" (ໃຫ້ເບິ່ງຢູ່: figs_doublet)" }, { "title": "ມອບຝາກວິນຍານຂອງພວກເຂົາ", "body": "ຄໍາວ່າ \"ວິນຍານ\" ໃນທີ່ນີ້ຫມາຍເຖິງຕົວບຸກຄົນ ແປໄດ້ອີກຢ່າງວ່າ \"ມອບຝາກຕົວຂອງພວກເຂົາເອງ\" ຫລື \"ມອບຝາກຊີວິດຂອງເຂົາ\" (ໃຫ້ເບິ່ງຢູ່: figs_synecdoche)" }, { "title": "ໃນການກະທໍາດີ", "body": "ກະທໍາ** ໃນຂະນະທີ່ເຂົາທໍາຄວາມດີເຂົາກໍເຮັດເປັນນິໃນຢູ່ແລ້ວ (ໃຫ້ເບິ່ງຢູ່: figs_abstractnouns)" } ]