[ { "title": "ຖືກການທົດສອບຢູ່ໃນກອງໄຟ ເໝືອນກັບວ່າເຫດການອັນປະຫລາດນັ້ນໄດ້ເກີດຂຶ້ນກັບທ່ານ", "body": "ໃນທໍານອງດຽວກັນກັບການທີ່ທອງຄໍາຖືກຫລອມໃຫ້ບໍຣິສຸດດ້ວຍໄຟ ຄວາມຍາກລໍາບາກອັນເປັນການທົດສອບແລະຫລອມຄວາມເຊື່ອຂອງຜູ້ນັ້ນໃຫ້ເຂັ້ມແຂງຂຶ້ນ (ໃຫ້ເບິ່ງຢູ່: figs_metaphor)" }, { "title": "ຊົມຊື່ນຍິນດີແລະດີໃຈ", "body": "ທັງສອງຄໍານີ້ຫມາຍເຖິງສິ່ງດຽວກັນ ຜູ້ຂຽນໃຊ້ທັງສອງຄໍາເພື່ອເນັ້ນໃຫ້ເຫັນວ່າມີຄວາມຊື່ນຊົມຍິນດີຫລາຍຂຶ້ນໄປອີກ ແປໄດ້ອີກຢ່າງວ່າ \"ຊື່ນຊົມຍິນດີຫລາຍຂຶ້ນໄປອີກ\" ຫລື \"ດີໃຈຫລາຍ\" (ໃຫ້ເບິ່ງຢູ່: figs_doublet)" }, { "title": "ເມື່ອສະຫງ່າຣາສີຂອງພຣະອົງປາກົດຂຶ້ນ", "body": "ສາມາດແປໂດຍໃຊ້ກິລິຍາດ້ວຍກໍໄດ້ ແປໄດ້ອີກຢ່າງວ່າ \"ເມື່ອພຣະເຈົ້າຊົງສໍາໃຫ້ເຫັນສະຫງ່າຣາສີຂອງພຣະເຢຊູຄຣິດ\" (ໃຫ້ເບິ່ງຢູ່: figs_abstractnouns)" }, { "title": "ຖ້າທ່ານຖືກດ່າວ່າເພາະພຣະນາມຂອງພຣະຄຣິດ", "body": "ຄໍາວ່າ \"ພຣະນາມ\" ໃນທີ່ນີ້ຫມາຍເຖິງອົງພຣະເຢຊູຄຣິດເອງ ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ຖ້າຄົນດູຖູກທ່ານເຊື່ອໃນພຣະເຢຊູຄຣິດ\" (ໃຫ້ເບິ່ງຢູ່: figs_activepassive และ figs_metonymy)" }, { "title": "ພຣະວິນຍານແຫ່ງສະຫງ່າຣາສີແລະພຣະວິນຍານຂອງພຣະເຈົ້າ", "body": "ທັງສອງສິ່ງນັ້ນຫມາຍເຖິງພຣະວິນຍານບໍຣິສຸດ ແປໄດ້ອີກຢ່າງວ່າ \"ພຣະວິນຍານແຫ່ງສະຫງ່າຣາສີ ຜູ້ຊຶ່ງເປັນພຣະວິນຍານຂອງພຣະເຈົ້າ\" ຫລື \"ພຣະວິນຍານຂອງພຣະເຈົ້າຊຶ່ງເຕັມໄປດ້ວຍສະຫງ່າຣາສີ\" (ໃຫ້ເບິ່ງຢູ່: figs_parallelism)" }, { "title": "ຊົງສະຖິດຢູ່ກັບທ່ານ", "body": "ຊົງຢູ່ກັບທ່ານ" } ]