[ { "title": "ສິ່ງທັງປວງໃກ້ຈະຮອດເວລາສຸດທ້າຍແລ້ວ", "body": "ຫມາຍເຖິງຈຸດຈົບຂອງໂລກນີ້ເມື່ອພຣະເຢຊູຄຣິດສະເດັດກັບມາຄັ້ງທີສອງ" }, { "title": "ໃກ້ຈະເຖີງ", "body": "ກໍາລັງຈະເກີດຂຶ້ນ (ໃຫ້ເບິ່ງຢູ່: figs_metaphor)" }, { "title": "ຈົ່ງສະແດງກິລິຍາສະຫງຽມຈຽມຕົວ ແລະຈົ່ງເຝົ້າລະວັງ(ຄວາມຄິດ)", "body": "ທັງສອງຄຳເວົ້ານັ້ນໂດຍທົ່ວໄປແລ້ວຫມາຍເຖິງສິ່ງດຽວກັນກ່າວຄືເປໂຕໃຊ້ທັງສອງວະລີເພື່ອເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ເຮົາຕ້ອງມີຄວາມຄິດເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຊີວິດເຮົາເພາະຍຸກສຸດທ້າຍ(ຈຸດຈົບຂອງໂລກ)ໃກ້ເຂົ້າມາແລ້ວ (ໃຫ້ເບິ່ງຢູ່: figs_parallelism)" }, { "title": "ຈົ່ງເຝົ້າລະວັງ(ຄວາມຄິດ)", "body": "ຄໍາວ່າ \"ເຝົ້າລະວັງຄວາມຄິດ\" ຫມາຍເຖິງການມີຄວາມຄິດຈິດໃຈທີ່ແຈ່ມແຈ້ງແລະຕື່ນຕົວ ແປໄດ້ອີກຢ່າງວ່າ \"ຄວບຄຸມຄວາມຄິດ\" ຫລື \"ລະວັງໃນສິ່ງທີ່ຄິດ\" ໃຫ້ກັບໄປເບິ່ງວ່າ 1:13 ແປໄວ້ຢ່າງໃດ (ໃຫ້ເບິ່ງຢູ່: figs_idiom)" }, { "title": "ຍິ່ງກວ່າສິ່ງໃດທັງໝົດ", "body": "\"ສິ່ງທີ່ສໍາຄັນຫລາຍທີ່ສຸດ\" " }, { "title": "ຄວາມຮັກກໍປິດບັງຄວາມຜິດບາບໄວ້ຫລວງຫລາຍ", "body": "ເປໂຕອະທິບາຍ \"ຄວາມຮັກ\" ເຫມືອນກັບວ່າຄວາມຮັກນັ້ນຄືຄົນ ຊຶ່ງເອົາສິ່ງໃດສິ່ງຫນຶ່ງມາປົກຄຸມຄວາມບາບຂອງຜູ້ຄົນໄວ້ ປະໂຫຍກດັ່ງກ່າວມີຄວາມຫມາຍທີ່ເປັນໄປໄດ້ຄື 1) \"ສໍາລັບຄົນທີ່ມີຄວາມຮັກນັ້ນຈະບໍ່ຄ່ອຍຊອກຫາຄວາມຜິດວ່າຄົນອື່ນກະທໍາບາບຫລືບໍ\" 2) \"ສໍາລັບຜູ້ທີ່ມີຄວາມຮັກນັ້ນຈະອະໄພບາບຂອງຜູ້ອື່ນເຖິງແມ່ນວ່າບາບນັ້ນຈະຫລາຍເທົ່າໃດກໍຕາມ\" (ໃຫ້ເບິ່ງຢູ່: figs_personification ແລະ figs_metaphor)" }, { "title": "ຈົ່ງຕ້ອນຮັບລ້ຽງດູຊຶ່ງກັນແລະກັນ", "body": "ສະແດງຄວາມເມດຕາແລະຕ້ອນຮັບແຂກແລະບັນດາຜູ້ທີ່ເດີນທາງມາ" } ]