[ { "title": "ຂໍ້ນີ້ເຊື່ອມຕໍ່", "body": "ເປໂຕໄດ້ອະທິບາຍເຖິງການທົນທຸກຂອງພຣະຄຣິດ ລວມເຖິງການບອກວ່າພຣະອົງນັ້ນໄດ້ເຮັດສິ່ງໃດສໍາເລັດຜ່ານການທົນທຸກ" }, { "title": "ທົນທຸກເພື່ອເຮົາ", "body": "ຄໍາວ່າ \"ເຮົາ\" ຫມາຍເຖິງ ເປໂຕແລະຄົນທີ່ອ່ານຈົດໝາຍສະບັບນີ້ (ໃຫ້ເບິ່ງຢູ່: figs_inclusive)" }, { "title": "ເພື່ອພຣະອົງຈະໄດ້ຊົງນໍາເຮົາທັງຫລາຍໄປເຖິງພຣະເຈົ້າ", "body": "ເປໂຕອ່ານຈະຫມາຍເຖິງການທີ່ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອທີ່ຈະສ້າງຄວາມສໍາພັນທີ່ສະນິດລະຫວ່າງເຮົາກັບພຣະເຈົ້າຂຶ້ນໃຫມ່(ໃຫ້ເບິ່ງຢູ່: figs_metaphor)" }, { "title": "ຝ່າຍເນື້ອຫນັງພຣະອົງກໍຊົງສິ້ນພຣະຊົນ", "body": "ຄໍາວ່າ\"ເນື້ອຫນັງ\"ຫມາຍເຖິງພຣະກາຍຂອງພຣະເຢຊູຄຣິດ ພຣະເຢຊູຊົງສິ້ນພຣະຊົນຝ່າຍຮ່າງກາຍ ສາມາດແປໂດຍໃຊ້ປະໂຫຍກທີ່ມີ(ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ຄົນໄດ້ປະຫານຮ່າງກາຍຂອງພຣະອົງ\" (ໃຫ້ເບິ່ງຢູ່: figs_metaphor และ figs_activepassive)" }, { "title": "ແຕ່ຊົງມີຊີວິດຂຶ້ນໂດຍພຣະວິນຍານ", "body": "ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່ມີ (ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ພຣະວິນຍານໄດ້ເຮັດໃຫ້ພຣະອົງຟື້ນພຣະຊົນຂຶ້ນ\" (ໃຫ້ເບິ່ງຢູ່: figs_activepassive)" }, { "title": "ໂດຍພຣະວິນຍານ", "body": "ມີຄວາມຫມາຍທີ່ເປັນໄປໄດ້ສອງທາງຄື 1) ໂດຍຣິດອໍານາດຂອງພຣະວິນຍານບໍຣິສຸດ ຫລື 2) ການດຳລົງຢູ່ທາງ(ເປັນ)ພຣະວິນຍານບໍຣິສຸດ" }, { "title": "ໂດຍພຣະວິນຍານເຊັ່ນກັນ ພຣະອົງໄດ້ສະເດັດໄປ", "body": "ມີຄວາມຫມາຍທີ່ເປັນໄປໄດ້ຄື 1) \"ໂດຍຣິດອໍານາດຂອງພຣະວິນຍານບໍຣິສຸດ ພຣະອົງໄດ້ສະເດັດໄປ\" ຫລື 2) \"ຫລືການດໍາລົງຢູ່ທາງ(ເປັນ)ພຣະວິນຍານ ພຣະອົງໄດ້ສະເດັດໄປ\"" }, { "title": "ວິນຍານທີ່ຖືກຄຸກຢູ່", "body": "ມີຄວາມຫມາຍທີ່ເປັນໄປໄດ້ຂອງຄໍາວ່າ \"ວິນຍານ\" ໃນທີ່ນີ້ຄື 1) \"ວິນຍານຊົ່ວ\" ຫລື 2) \"ວິນຍານຂອງຄົນຕາຍ\"" }, { "title": "ຄາວເມື່ອພຣະວິນຍານເຈົ້າຊົງໂຜດລະງັບໂທດໄວ້ນານ", "body": "ໃນພາສາອັງກິດຂຽນໄວ້ດັ່ງນີ້ \"when the patience of God was waiting\" ຄໍາວ່າ \"patience\" ຫມາຍເຖິງ \"ຄວາມອົດທົນ\" ນັ້ນເປັນນາມໃນ (ຫມາຍເຖິງການໃຊ້ຄໍາຫລືວະລີຊຶ່ງບົ່ງບອກລັກສະນນະຫລືຄຸນນະສົມບັດຂອງສິ່ງໃດ ໂດຍການການດຶງລັກສະນະເດ່ນຂອງສິ່ງນັ້ນອອກມາ) ຊຶ່ງຄວາມອົດທົນດັ່ງກ່າວໝາຍເຖິງອົງພຣະຜູ້ເປັນເຈົ້າເອງ ເປໂຕໄດ້ກ່າວເຖິງຄວາມອົດທົນນິ້ນວ່າ ຄວາມອົດທົນຕ້ອງລໍຄອຍ ສາມາດແປໄດ້ອີກຢ່າງວ່າ \"ເມື່ອພຣະເຈົ້າຊົງລໍຄອຍຢ່າງອົດທົນ\" (ໃຫ້ເບິ່ງຢູ່: figs_personification ແລະ figs_metonymy)" }, { "title": "ຄືຄາວໂນອາ ເມື່ອກໍາລັງສ້າງເຮືອ", "body": "ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ເມື່ອສະໄຫມຂອງໂນອາ ເມື່ອໂນອາໄດ້ຕໍ່ເຮືອ\" (ໃຫ້ເບິ່ງຢູ່: figs_activepassive)" }, { "title": "ແປດຄົນ", "body": "ພາສາອັງກິດໃຊ້ຄໍາວ່າ \"eight souls\" ຊຶ່ງ \"soul\" ຫມາຍເຖິງຄົນ ຈຶ່ງແປເປັນພາສາໄທວ່າ\"ແປດຄົນ\" (ໃຫ້ເບິ່ງຢູ່: figs_synecdoche)" } ]