[ { "title": "ຂໍ້ມູນທົ່ວໄປ", "body": "ເປໂຕອ້າງພຣະຄຳຂໍ້ນີ້ຈາກພຣະຄຳເພງສັນລະເສີນ (ໃຫ້ເບິ່ງຢູ່: figs_explicit)" }, { "title": "ຮັບຊີວິດແລະປາຖະຫນາທີ່ຈະເຫັນວັນດີ", "body": "ວະລີສອງວະລີນີ້ໂດຍປົກກະຕິແລ້ວມີຄວາມຫມາຍຢ່າງດຽວກັນ ແຄ່ຖືກນໍາມາໃນປະໂຫຍກດຽວກັນເພື່ອເນັ້ນໃຫ້ເຫັນເຖິງຄວາມປາດຖະຫນາທີ່ຈະມີຊີວິດທີ່ດີ (ໃຫ້ເບິ່ງຢູ່: figs_parallelism)\n" }, { "title": "ເຫັນວັນດີ", "body": "ໃນບໍລິບົດນີ້ປະສົບການສິ່ງທີ່ດີໃນຊີວິດຈະຖືກປຽບທຽບ\nເຫມືອນກັບວ່າໄດ້ເຫັນສິ່ງທີ່ດີ ຄໍາວ່າ \"ວັນ\" ຫມາຍເຖິງຊ່ວງຊີວິດຂອງຄົນໆຫນຶ່ງ ດັ່ງນັ້ນຈຶ່ງແປໄດ້ອີກຢ່າງວ່າ \"ປະສົບກັບສິ່ງທີ່ດີໃນຊີວິດ\" (ໃຫ້ເບິ່ງຢູ່: figs_metaphor and figs_metonymy)" }, { "title": "ບັງຄັບລີ້ນຂອງຕົນຈາກຄວາມຊົ່ວ ແລະຫ້າມຮິມປາກບໍ່ໃຫ້ເວົ້າເປັນອຸບາຍລໍ້ລວງ", "body": "ຄໍາວ່າ \"ລີ້ນ\" ແລະ \"ຮິມປາກ\" ໃນບລິບົດນີ້ຫມາຍເຖິງຜູ້ທີ່ເວົ້າອອກມາທັງສອງວະລີນີ້ຕາມຄວາມຈິງແລ້ວຫມາຍເຖິງສິ່ງອັນດຽວກັນ ໃຊ້ເພື່ອເນັ້ນຄໍາສັ່ງຫ້າມບໍ່ໃຫ້ເວົ້າຕວະ ແປໄດ້ອີກຢ່າງວ່າ \"ຢຸດເວົ້າຄວາມຊົ່ວແລະອຸບາຍທັງປວງ\" (ໃຫ້ເບິ່ງຢູ່: figs_parallelism ແລະ figs_synecdoche)" }, { "title": "ພຣະເນດຂອງອົງພຣະຜູ້ເປັນເຈົ້າຊົງເຝົ້າເບິ່ງຄົນຊອບທໍາ", "body": "ຄໍາວ່າ\"ພຣະເນດ\" ຫມາຍເຖິງຄວາມຮອບຮູ້ຂອງອົງພຣະຜູ້ເປັນເຈົ້າ ໃນບໍລິບົດນີ້ການທີ່ພຣະເຈົ້າຊົງເບິ່ງຄົນຊອບທໍາ\nຫມາຍເຖິງການທີ່ພຣະອົງຊົງຍອມຮັບຄົນຊອບທໍາ ແປໄດ້ອີກຢ່າງຫນຶ່ງວ່າ \"ອົງພຣະຜູ້ເປັນເຈົ້າຮັບຮອງ (ຍອມຮັບ) ຄົນຊອບທໍາ\" (ໃຫ້ເບິ່ງຢູ່: figs_synecdoche และ figs_metaphor)" }, { "title": "ພຣະກັນຂອງພຣະອົງຊົງຟັງຄໍາອະທິຖານຂອງເຂົາ", "body": "ຄໍາວ່າ \"ພຣະກັນ\" ໝາຍເຖິງການທີ່ພຣະອົງຊົງຮູ້ເຖິງສິ່ງທີ່ຜູ້ຄົນກ່າວໃນຄໍາອະທິຖານ ການທີ່ພຣະເຈົ້າຊົງຟັງຕໍາອະທິຖານຂອງພວກເຂົາອາດຈະຫມາຍອີກຢ່າງຫນຶ່ງວ່າ ພຣະອົງຊົງຕອບເຂົາດ້ວຍເຊັ່ນກັນ ແປໄດ້ອີກຢ່າງຫນຶ່ງວ່າ \" ພຣະອົງຟັງຄໍາອະທິຖານຂອງເຂົາ\" ຫລື \"ພຣະອົງຊົງຕອບຄໍາອະທິຖານຂອງເຂົາ\" (ໃຫ້ເບິ່ງຢູ່: figs_synecdoche ແລະ figs_explicit)\n" }, { "title": "ພຣະພັກຂອງອົງພຣະຜູ້ເປັນເຈົ້າຊົງຕັ້ງຕໍ່ສູ້ກັບ", "body": "ຄໍາວ່າ \"ພຣະພັກ\" ຫມາຍເຖິງພຣະປະສົງຂອງອົງພຣະຜູ້ເປັນເຈົ້າທີ່ຈະຕໍ່ຕ້ານກັບຜູ້ກະບົດຕໍ່ພຣະອົງ ພຣະຄຳຂໍ້ນີ້ປຽບທຽບການຕໍ່ຕ້ານເປັນເຫມືອນກັບການປະເຊີນຫນ້າກັບອີກຝ່າຍຫນຶ່ງ ແປໄດ້ອີກຢ່າງວ່າ \"ອົງພຣະຜູ້ເປັນເຈົ້າຊົງຕໍ່ສູ້\" (ໃຫ້ເບິ່ງຢູ່: figs_synecdoche ແລະ figs_metaphor)" } ]