[ { "title": "ຂໍ້ມູນທົ່ວໄປ", "body": "ເປໂຕເລີ່ມຕົ້ນໂດຍການເວົ້າຢ່າງເຈາະຈົງກັບຜູ້ຍິງສອງຄົນຊຶ່ງມີຖານະເປັນພັນລະຍາ (ຂອງຊາຍຊຶ່ງເປັນສາມີ)" }, { "title": "ດ້ວຍວິທີນີ້ທ່ານທັງຫລາຍທີ່ເປັນພັນລະຍາ ຈົ່ງເຊື່ອຟັງສາມີຂອງຕົນ", "body": "ເຊັ່ນດຽວກັບບັນດາຜູ້ເຊື່ອຍອມເຊື່ອຟັງອໍານາດທຸກຢ່າງຂອງມະນຸດ (2:13) ແລະຄົນຮັບໃຊ້ທີ່ຈ້ອງເຊື່ຟັງນາຍຂອງຕົນ (2:18) ພັນລະຍາກໍຕ້ອງເຊື່ອຟັງສາມີເຊັ່ນດຽວກັນ ຄໍາວ່າ \"ເຊື່ອຟັງ\" \"ຢູ່ພາຍໃຕ້\" ແລະ \"ຍອມເຮັດຕາມ\" ແປໂດຍໃຊ້ຄໍາດຽວກັນ" }, { "title": "ເພື່ອວ່າສາມີບາງຄົນຈະບໍ່ເຊື່ອຟັງພຣະຄໍາ", "body": "ຄໍາວ່າ \"ພຣະຄໍາ\" ຫມາຍເຖິງພຣະກິດຕິຄຸນຫລືຂ່າວປະເສີດ ການບ່ເຊື່ອຟັງຫມາຍເຖິງການໍ່ເຊື່ອ ໃຫ້ກັບຢປເບິ່ງຢູ່ 2:7 ວ່າເຈົ້າແປຢ່າງໃດເນື່ອງຈາກວ່າມີເນື້ອຫາຄ້າຍຄືກັນແປໄດ້ອີກຢ່າງວ່າ \"ມີສາມີບາງຄົນບໍ່ໄດ້ເຊື່ອໃນຂ່າວປະເສີດກ່ຽວກັບພຣະເຢຊູ\" (ໃຫ້ເບິ່ງຢູ່: figs_metonymy)\n" }, { "title": "ອາດຈະຈູງໃຈເຂົາໄດ້ດ້ວຍ", "body": "\"ອາດຈະຈູງໃຈເຂົາໃຫ້ເຊື່ອໃນພຣະເຢຊູຄຣິດໄດ້ດ້ວຍ\" ຫມາຍເຖິງການທີ່ສາມີຊຶ່ງເປັນຜູ້ທີ່ບໍ່ເຊື່ອກັບກາຍມາເປັນຜູ້ເຊື່ອນັ້ນເອງ ແປໄດ້ອີກຢ່າງວ່າ \"ອາດເຮັດໃຫ້ເຂົາກາຍເປັນຜູ້ເຊື່ອ\" (ໃຫ້ເບິ່ງຢູ່: figs_idiom และ figs_activepassive)ໂດຍບໍ່ຕ້ອງເວົ້າຫຍັງ\n" }, { "title": "ໂດຍບໍ່ຕ້ອງເວົ້າຫຍັງເລີຍ", "body": "\"ໂດຍທີ່ພັນລະຍາບໍ່ຕ້ອງເວົ້າຫຍັງເລີຍ\" ຄໍາວ່າ \"ເວົ້າ\" ຫມາຍເຖິງຖໍາເວົ້າທີ່ພັນລະຍາກ່າວອອກໄປ" }, { "title": "ພວກເຂົາຈະໄດ້ເຫັນການປະພຶດທີ່ຈິງທີ່ຈິງໃຈອັນສະແດງໃຫ້ເຫັນເຖິງການໃຫ້ກຽດຂອງທ່ານ", "body": "ເປໂຕປຽບທຽບການປະພຶດເໝືອນກັບວ່າເປັນວັດຖຸທີ່ສາມາດຈັບຕ້ອງແລະເຫັນໄດ້ ຫລາຍກວ່າການກະທໍາທີ່ຜູ້ຄົນສະແດງອອກມາ (ໃຫ້ເບິ່ງຢູ່: figs_abstractnouns)" }, { "title": "ການປະພຶດທີ່ແທ້ຈິງໃຈອັນສະແດງໃຫ້ເຫັນເຖິງການໃຫ້ກຽດ", "body": "ຄວາມຫມາຍທີ່ເປັນໄປໄດ້ຄື 1) \"ການກະທໍາອັນແທ້ຈິງໃຈຂອງເຈົ້າຊຶ່ງກະທໍາກັບເຂົາແລະວິທີການທີ່ເຈົ້າໃຫ້ກຽດແກ່ເຂົາ ຫລື 2) \"ການກະທໍາອັນບໍຣິສຸດທີ່ເຈົ້າກະທໍາແກ່ເຂົາແລະການທີ່ເຈົ້າຖວາຍກຽດແດ່ພຣະເຈົ້າ\"" } ]