[ { "title": "ຂໍ້ມູນທົ່ວໄປ", "body": "ເປໂຕເລີ່ມຕົ້ນດ້ວຍການກ່າວຢ່າງເຈາະຈົງກັບຄົນທີ່ເຮັດວຽກເປັນຄົນຮັບໃຊ້ໃນເຮືອນຂອງຄົນອື່ນ" }, { "title": "ນາຍທີ່ເປັນຄົນໃຈດີແລະສຸພາບເທົ່ານັ້ນ", "body": "ຄໍາວ່າ \"ໃຈດີ\" ແລະ \"ສຸພາບ\" ໃນທີ່ນັ້ນມີຄວາມຫມາຍໄກ້ຄຽງກັນ ທັງສອງຄໍານີ້ຖືກໃຊ້ພ້ອມກັນເພື່ອເນັ້ນວ່າເຈົ້ານາຍທີ່ປະຕິບັດຕໍ່ເຂົາດ້ວຍຄວາມເມດຕາ ສາມາດແປໄດ້ອີກຢ່າງຫນຶ່ງວ່າ \"ເຈົ້ານາຍທີ່ມີໃຈເມດຕາກະຣຸນາ\"(ໃຫ້ເບິ່ງຢູ່: figs_doublet)" }, { "title": "ນາຍທີ່ຮ້າຍດວ້ຍ", "body": "\"ເຈົ້ານາຍທີ່ໂຫດຮ້າຍ\"​ ຫລື \"ເຈົ້ານາຍທີ່ໃຈຮ້າຍ\"\n" }, { "title": "ມັນເປັນການສັນລະເສີນ", "body": "\"ເປັນທີ່ສົມຄວນສັນລະເສີນ\" ຫລື \"ເປັນທີ່ພໍພຣະໄທພຣະເຈົ້າ\"" }, { "title": "ຍັງຄົງ(ທົນຕໍ່ຄວາມ)ເຈັບປວດທຸກທໍລະມານ...ເພາະການຕະໜັກຮູ້ຂອງເຂົາຕໍ່ພຣະເຈົ້າ", "body": "ຄວາມຫມາຍທີ່ເປັນໄປໄດ້ໃນຂ້ຄວາມຕົ້ນສະບັບຄື 1) ຄົນໆນັ້ນຍອມຮັບເຈັບປວດເພາະຮູ້ວ່າເຂົາກໍາລັງເຊື່ອຟັງພຣະເຈົ້າ ຫລື 2) ຄົນໆນັ້ນສາມາດທີ່ຈະອົດທົນຕໍ່ການລົງໂທດທີ່ຍຸດຕິທໍາໄດ້ ເພາະເຂົາຮູ້ວ່າພຣະເຈົ້າຊົງຮັບຮູ້ວ່າເຂົາເຈັບປວດຫລາຍເທົ່າໃດ" }, { "title": "ສໍາລັບຜູ້ທີ່ຮັບຂ້ຽນຕີເມື່ອເຈົ້າໄດ້ເຮັດບາບແລ້ວອົດທົນໃນຂະນະທີ່ຖືກລົງໂທດ? (ຈະມີປະໂຫຍດອັນໃດ...ແລ້ວອົດທົນໃນຂະນະທີ່ຖືກລົງໂທດ ?)", "body": "ເປໂຕໄດ້ຖາມຄໍາຖາມນີ້ຂຶ້ນເພື່ອການອົດທົນຕໍ່ບົດລົງໂທດເປັນຜົນມາຈາກການປະພຶດຜິດນັ້ນບໍ່ເປັນທີ່ຍົກຍ້ອງ ສາມາດແປໄດ້ອີກຢ່າງວ່າ \" ເພາະບໍ່ມີປະໂຫຍດອັນໃດ...ໃນຂະນະທີ່ຖືກລົງໂທດ\" (ໃຫ້ເບິ່ງຢູ່: figs_rquestion)" }, { "title": "ໃນຂະນະທີ່ຖືກລົງໂທດ", "body": "ສາມາດແປໂດຍໃຊ້ປະໂຫຍກປະທານເປັນຜູ້ກະທໍາແປໄດ້ອີກຢ່າງຫນຶ່ງວ່າ \"ໃນຂະນະທີ່ໃຜບາງຄົນກໍາລັງລົງໂທດເຈົ້າ\" (ໃຫ້ເບິ່ງຢູ່: figs_activepassive)" }, { "title": "ທົນໃນຂະນະທີ່ຖືກລົງໂທດ", "body": "ສາມາດແປໂດຍໃຊ້ປະໂຫຍກປະທານເປັນຜູ້ກະທໍາແປໄດ້ອີກຢ່າງຫນຶ່ງວ່າ \"ເຈົ້າໄດ້ທົນທຸກຂະນະທີ່ໃຜບາງຄົນລົງໂທດເຈົ້າ\" (ໃຫ້ເບິ່ງຢູ່: figs_activepassive)" } ]