[ { "title": "ຂໍ້ມູນທົ່ວໄປ", "body": "ເປໂຕເລີ່ມຕົ້ນເລົ່າຄໍາອຸປະມາທີ່ກ່ຽວກັບພຣະເຢຊູແລະຜູ້ເຊື່ອວ່າເປັນສີລາອັນມີຊີວິດ(ໃຫ້ເບິ່ງຢູ່: figs_metaphor)" }, { "title": "ຈົ່ງມາຫາພຣະອົງ ຄືມາຫາສີລາອັນມີຊີວິດຢູ່", "body": "ເປໂຕໄດ້ກ່າວເຖິງພຣະເຢຊູເປັນເຫມືນອນກັບສີລາທີ່ໃຊ້ໃນການກໍ່ສ້າງ ສາມາດແປປະໂຫຍກດັ່ງກ່າວໄດ້ອີກວ່າ \"ຈົ່ງມາຫາພຣະອົງຜູ້ເປັນເຫມືອນສີລາ ຫາກແຕ່ເປັນສີລາທີ່ມີຊີວິດຢູ່ບໍ່ແມ່ນສີລາທີ່ຕາຍແລ້ວ\"\n (ໃຫ້ເບິ່ງຢູ່: figs_metaphor)" }, { "title": "ສີລາອັນມີຊີວິດຢູ່", "body": "ຄວາມຫມາຍຂອງຄໍາເວົ້າດັງກ່າວອາດຫມາຍເຖິງ 1) \"ຜູ້ຊຶ່ງເປັນສີລາທີ່ມີຊີວິດຢູ່\" ຫລື 2) \"ຜູ້ຊື່ງເປັນສີລາໃຫ້ຊີວິດ\"" }, { "title": "ຊຶ່ງມະນຸດໄດ້ປະຕິເສດບໍ່ຍອມຮັບ", "body": "ສາມາດແປໄດ້ໂດຍໃຫ້ປະທານເປັນຜູ້ກະທໍາໃນປະໂຫຍກ ປະໂຫຍກດັ່ງກ່າວສາມາດແປໄດ້ອີກຢ່າງຫນຶ່ງວ່າ \"ຊຶ່ງຜູ້ຄົນໄດ້ປະຕິເສດ\" (ໃຫ້ເບິ່ງຢູ່: figs_activepassive)" }, { "title": "ແຕ່ວ່າພຣະເຈົ້າຊົງເລືອກໄວ້", "body": "ສາມາດແປໄດ້ໂດຍໃຫ້ປະທານເປັນຜູ້ກະທໍາໃນ ປະໂຫຍກດັ່ງກ່າວສາມາດແປໄດ້ອີກຢ່າງຫນຶ່ງວ່າ\n \"ແຕ່ພຣະເຈົ້າກັບໄດ້ຊົງເລືອກໄວ້\" (ໃຫ້ເບິ່ງຢູ່: figs_activepassive)" }, { "title": "ທ່ານທັງຫລາຍ...ກໍາລັງກໍ່ຂື້ນເປັນພຣະວິຫານຝ່າຍວິນຍານ", "body": "ເຫມືອນກັບສີລາຫລືກ້ອນຫີນຊຶ່ງໃຊ້ໃນການກໍ່ສ້າງເຮືອນຫລັງຫນຶ່ງ ພຣະເຈົ້າຊົງນໍາເຮົາມາເປັນຫນຶ່ງດຽວກັນເພື່ອສ້າງພຣະວິຫານຝ່າຍວິນຍານຫລືຄອບຄົວຂອງພຣະອົງນັ້ນເອງ (ໃຫ້ເບິ່ງຢູ່: figs_metaphor)" }, { "title": "ທ່ານທັງຫລາຍກໍເຫມືອນສີລາທີ່ມີຊີວິດ", "body": "ເປໂຕປຽບຜູ້ອ່ານພຣະຄໍາພຣະເຈົ້າວ່າເຫມືອນສີລາທີ່ມີຊີວິດ(ໃຫ້ເບິ່ງຢູ່: figs_simile)" }, { "title": "ທີ່ກໍາລັງກໍ່ຂຶ້ນເປັນພຣະວິຫານຝ່າຍວິນຍານ", "body": "ສາມາດແປໄດ້ໂດຍໃຫ້ປະທານເປັນຜູ້ກະທໍາໃນປະໂຫຍກ ປະໂຫຍກດັ່ງກ່າວສາມາດແປໄດ້ອີກຢ່າງຫນຶ່ງວ່າ \"ຊຶ່ງພຣະເຈົ້າຊົງກໍາລັງສ້າງຂຶ້ນໃຫ້ເປັນພຣະວິຫານຝ່າຍວິນຍານ\"(ໃຫ້ເບິ່ງຢູ່: figs_activepassive)" }, { "title": "ປະໂຣຫິດບໍຣິສຸດ ຖວາຍເຄື່ອງບູຊາຝ່າຍຈິດວິນຍານ", "body": "ຕໍາແຫນ່ງປະໂຣຫິດດັ່ງກ່າວນັ້ນຫມາຍເຖິງພຣະຫລືປະໂຣຫິດທີ່ເຮັດຕາມຫນ້າທີ່ທີ່ໄດ້ຮັບມອບຫມາຍໃຫ້ (ໃຫ້ເບິ່ງຢູ່: figs_metonymy)" } ]