[ { "title": "ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນ", "body": "\"ທ່ານບໍ່ໄດ້ເຫັນພຣະອົງດ້ວຍຕາຂອງທ່ານເອງ\" ຫລື \"ທ່ານບໍ່ໄດ້ຈ່ອງມອງພຣະອົງຕົວຕໍ່ຕົວ\" ຄໍາວ່າ \"ທ່ານ\" ໃນທີ່ນີ້ຫມາຍເຖິງບັນດາຜູ້ເຊື່ອ [[:en:bible:notes:1pe:01:01|01:01]]\n" }, { "title": "en:bible:questions:comprehension:1pe:01]]", "body": "en:bible:questions:comprehension:1pe:01]]" }, { "title": "ດ້ວຍຄວາມປິຕິຍິນດີເປັນເລີດເກີນທີ່ຈະອະທິບາຍໄດ້.", "body": "\"ຄວາມສຸກຊື່ນຊົມຍິນດີອັນມະຫັດສະຈັນທີ່ບໍ່ສາມາດບັນຍາຍອອກມາເປັນຄໍາເວົ້າໄດ້\"" }, { "title": "ຄວາມລອດພົ້ນຝ່າຍວິນຍານຈິດຂອງທ່ານ.", "body": "ຄໍາວ່າ \"ວິນຍານ\" ຫມາຍເຖິງບຸກຄົນຄົນຫນຶ່ງ ສາມາດແປໂດຍໃຊ້ກິລິຍາເຂົ້າມາຊ່ວຍ ສາມາດແປອີກຢ່າງຫນຶ່ງໄດ້ວ່າ \"ການຊ່ວຍກູ້ຂອງພຣະອົງ\" ຫລື \"ພຣະເຈົ້າຊ່ວຍກູ້ທ່ານ\"\n (ໃຫ້ເບິ່ງຢູ່: [[:en:ta:vol2:translate:figs_synecdoche]] ແລະ [[:en:ta:vol2:translate:figs_abstractnouns]])" }, { "title": "ຄວາມລອດພົ້ນ...ພຣະຄຸນ", "body": "ຄໍາເຫລົ່ານີ້ຫມາຍເຖິງສອງສິ່ງ ໃນຄວາມເປັນຈິງແລ້ວນັ້ນ \"ຄວາມລອດພົ້ນ\" ຫມາຍເຖິງການກະທໍາຂອງພຣະເຈົ້າຜູ້ຊ່ວຍກູ້ເຮົາ ຫລື ຫານທີ່ເຮົາຖືກຂ່ວຍກູ້ໃນທໍານອງດຽວກັນ ຄໍາວ່າ \"ພຣະຄຸນ\" ຫມາຍເຖິງພຣະເມດຕາທີ່ພຣະເຈົ້າໄດ້ສໍາແດງແກ່ຜູ້ເຊື່ອ" }, { "title": "ໄດ້ຄົ້ນຫາແລະສອບຖາມຢ່າງຮອບຄອບ", "body": "ຄໍາວ່າ \"ສອບຖາມ\" ແລະ \"ຢ່າງຮອບຄອບ\" (ໃນບໍລິບົດນີ້ນັ້ນ) ມີຄວາມຫມາຍເໝືອນກັບຄໍາວ່າ \"ໄດ້ຄົ້ນຫາ\" ການນໍາສາມຄໍາມາລວມກັນນັ້ນເນັ້ນວ່າ ຜູ້ປະກາດພຣະທັມຕ່າງພົບວ່າ ຍາກທີ່ຈະເຂົ້າໃຈເຖິງຄວາມຫມາຍຂອງ \"ຄວາມລອດພົ້ນ\" ນັ້ນເອງ ດັ່ງນັ້ນຈຶ່ງສາມາດແປປະໂຫຍກດັ່ງກ່າວໄດ້ອີກຢ່າງຫນຶ່ງວ່າ \"ກວດສອບຢ່າງຄັກແນ່\" (ໃຫ້ເບິ່ງຢູ່: [[:en:ta:vol2:translate:figs_doublet]])" } ]