[ { "title": "ທ່ານຈະດີໃຈຫລາຍສໍາລັບເລື່ອງນີ້", "body": "ຄໍາເວົ້າດັ່ງກ່າວໝາຍເຖິງການອວຍພອນໃນເລື່ອງຂອງ\n[[:en:bible:notes:1pe:01:03|01:03-05]]: \"ທ່ານດີໃຈຫລາຍເພາະສິ່ງທີ່ພຣະເຈົ້າຊົງກະທໍາ\"" }, { "title": "ຕອນນີ້ເປັນສິ່ງຈໍາເປັນສໍາລັບທ່າທີ່ຈະຮູ້ສຶກໂສກເສົ້າ", "body": "\"ຕອນນີ້ເປັນການເຫມາະສົມແລະສົມຄວນແລ້ວທີ່ທ່ານຈະຮູ້ສຶກໂສກເສົ້າ\"" }, { "title": "ມີຄ່າຫລາຍກວ່າທອງຄໍາ", "body": "\"ພຣະເຈົ້າຊົງໃຫ້ຄຸນຄ່າຄວາມເຊື່ອຂອງທ່ານຍິ່ງກວ່າທອງຄໍາ\"" }, { "title": "(ທອງຄໍາ)ຊຶ່ງພິນາດແມ່ນວ່າຈະມີການທົດສອບດ້ວຍໄຟ ...ເພື່ອທົດສອບຄວາມເຊື່ອຂອງທ່ານ", "body": "\"ແມ່ນວ່າທອງຄໍາຈະຖືກທົດສອບດ້ວຍໄຟ ການທົດສອບນີ້ກໍໍ່ບໍ່ໄດ້ຄົງຢູ່ຕະຫລອດໄປ\"" }, { "title": "ໃນເວລາທີ່ພຣະເຢຊູຄຣິດຈະສະເດັດມາປາກົດ", "body": "\"ເມື່ອພຣະເຢຊູສະເດັດກັບມາ\"" }, { "title": "[[:en:bible:questions:comprehension:1pe:01]]", "body": "[[:en:bible:questions:comprehension:1pe:01]]" }, { "title": "ທ່ານຈະດີໃຈຫລາຍສໍາລັບເລື່ອງນີ້", "body": "ຄໍາວ່າ \"ເລື່ອງນີ້\" ຫມາຍເຖິງການອວຍພອນທີ່ເປໂຕອວຍພອນກ່ອນຫນ້ານີ້ໃນພຣະທັມ 1ເປໂຕ\n" }, { "title": "ນີ້ມີໄວ້ສໍາລັບການພິສູດຄວາມເຊື່ອຂອງທ່ານ", "body": "ເຊັ່ນດຽວກັບໄຟທີ່ເຮັດໃຫ້ທອງຄໍາບໍຣິສຸດ ບົດທົດສອບຂອງຄວາມທກຍາກກໍທົດສອບວ່າ ຜູ້ເຊື່ອນັ້ນວາງໃຈໃນພຣະຄຣິດຫລາຍເທົ່າໃດ\n (ໃຫ້ເບິ່ງຢູ່: [[:en:ta:vol1:translate:figs_metaphor]])" }, { "title": "ການພິສູດຄວາມເຊື່ອຂອງທ່ານ", "body": "ພຣະເຈົ້າຊົງປາດຖະນາທີ່ຈະທົດສອບວ່າ ບັນດາຜູ້ເຊື່ອນັ້ນໄວ້ວາງໃຈໃນພຣະອົງຫລາຍນ້ອຍເທົ່າໃດ" }, { "title": "ຄວາມເຊື່ອຂອງທ່ານຊຶ່ງມີຄ່າກວ່າທອງຄໍາຊຶ່ງພິນາດແມ່ນວ່າມີການທົດສອບດ້ວຍໄຟ", "body": "ຄວາມເຊື່ອນັ້ນມີຄ່າຍິ່ງກວ່າທອງຄໍາ ເພາະວ່າທອງຄໍານັ້ນບໍ່ໄດ້ຄົງຢູ່ຕະຫລອດໄປເປັນນິດເຖິງແມ່ນວ່າຈະຖືກທົດສອບດ້ວຍໄຟແລ້ວກໍຕາມ" }, { "title": "ຄວາມເຊື່ອຂອງທ່ານຈະພົບວ່າ ຈະສົ່ງຜົນໃຫ້ເກີດການສັນລະເສີນ ສະຫງ່າຣາສີ ແລະ ກຽດຕິຍົດ", "body": "ຄວາມຫມາຍທີ່ເປັນໄປໄດ້ຂອງປະໂຫຍກນີ້ຄື 1) \"ພຣະເຈົ້າຈະຊົງໃຫ້ກຽດທ່ານຢ່າງສູງ\" ເນື່ອງດ້ວຍຄວາມເຊື່ອຂອງທ່ານ ຫລື 2) \"ຄວາມເຊື່ອຈະນໍາມາຊຶ່ງການຍົກຍ້ອງສັນລະເສີນ ສະຫງ່າຣາສີ ແລະ ກຽດຕິຍົດແດ່ພຣະເຈົ້າ" }, { "title": "ຄວາມເຊື່ອຂອງທ່ານຈະພົບວ່າຈະສົ່ງຜົນ", "body": "\"ຄວາມເຊື່ອຂອງທ່ານຈະຖືກພິສູດວ່າເປັນຄວາມເຊື່ອທີ່ແທ້ຈິງລະສົ່ງຜົນ\" (ໃຫ້ເບິ່ງຢູ່: [[:en:ta:vol2:translate:figs_abstractnouns]])" }, { "title": "ໃນເວລາທີ່ພຣະເຢຊູຄຣິດຈະສະເດັດມາປາກົດ", "body": "ຫມາຍເຖິງການສະເດັດກັບມາຂອງພຣະຄຣິດ ສາມາດແປປະໂຫຍກດັ່ງກ່າວອີກຢ່າງຫນຶ່ງໄດ້ວ່າ \n \"ເມື່ອພຣະເຢຊູຄຣິດປາກົດແກ່ຄົນທັງປວງ\" (ໃຫ້ເບິ່ງຢູ່: [[:en:ta:vol2:translate:figs_abstractnouns]])" } ]