lo_1pe_text_ulb_l3/04/03.txt

1 line
1.6 KiB
Plaintext

\v 3 ດ້ວຍວ່າເວລາທີ່, ຜ່ານໄປແລ້ວນັ້ນຫນ້າຈະພຽງພໍສຳລັບການກະທຳສິ່ງທີ່ຄົນຕ່າງຊາດມັກເຮັດນັ້ນຄືດຳເນີນ ຊີວິດຕາມຣາຄະຕັນຫາ, ຕາມໃຈປາຖະໜາອັນ ຊົ່ວຊ້າ,ດື່ມສຸຣາມຶນເມົາກິນລ້ຽງກັນຢ່າງຫລູຫລາ ຟຸມເຟື່ອຍແລະການຂາບໄຫວ້ຮູບເຄົາ ຣົບອັນເປັນທີ່ໜ້າລັງກຽດ. \v 4 ເຂົາປະຫລາດໃຈທີ່ທ່ານທັງຫລາຍບໍ່ໄດ້ເຮັດການຊົ່ວຮ້າຍອັນ ເຫລືອລົ້ນເໝືອນຢ່າງເຂົາແລະພວກເຂົາກໍກ່າວຮ້າຍໃສ່ທ່ານ \v 5 ຄົນເຫຼົ່ານັ້ນຈະຕ້ອງໃຫ້ການແກ່ພຣະອົງຜູ້ພ້ອມແລ້ວທີ່ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ. \v 6 ດ້ວຍເຫດນີ້ເອງຂ່າວປະເສີດຈິິ່ງໄດ້ປະກາດແກ່ຄົນທີ່ຕາຍໄປແລ້ວດ້ວຍ ແມ່ນວ່າເຂົາໄດ້ຖືກຊົງພິພາກສາຕາມຢ່າງ ມະນຸດໃນເນື້ອຫນັງແຕ່ຈະມີຊີວິດຕາມຢ່າງພຣະເຈົ້າໃນຝ່າຍຈິດວິນຍານ