lo_1pe_text_ulb_l3/05/01.txt

1 line
2.0 KiB
Plaintext

\c 5 \v 1 ຂ້າພະເຈົ້າຈຶ່ງຕັກເຕືອນບັນດາຜູ້ອາວຸໂສທັງຫລາຍ, ໃນຖານະທີ່ຂ້າພະເຈົ້າກໍເປັນຜູ້ອາວຸໂສຄົນຫນຶ່ງ. ຂ້າພະເຈົ້າເຊັ່ນກັນ ເປັນພະຍານເຖິງຄວາມທຸກທໍຣະມານ ຂອງພຣະຄຣິດເຈົ້າ, ແລະ ມີສ່ວນທີ່ຈະຮັບສະຫງ່າຣາສີທີ່ຈະມາປາກົດພາຍຫລັງດ້ວຍ \v 2 ດັ່ງນັ້ນ, ຂ້າພະເຈົ້າແນະນຳຜູ້ອາວຸໂສທັງຫລາຍວ່າ ຈົ່ງລ້ຽງຝູງແກະຂອງພຣະເຈົ້າທີ່ຢູ່ກັບທ່ານ. ຈົ່ງເອົາໃຈໃສ່ດູແລພວກເຂົາ, ບໍ່ແມ່ນດ້ວຍຄວາມຝືນໃຈແຕ່ດ້ວຍຄວາມເຕັມໃຈຕາມພຣະປະສົງຂອງອົງພຣະຜູ້ເປັນເຈົ້າ. ຈົ່ງເອົາໃຈໃສ່ດູແລເຂົາບໍ່ແມ່ນ ດ້ວຍເຫັນແກ່ຊັບສິ່ງຂອງອັນເປັນມົນທິນແຕ່ດ້ວຍຄວາມເຕັມໃຈ. \v 3 ຈົ່ງຢ່າປະພຶດຕົນເຫມືອນ ເປັນເຈົ້ານາຍທີ່ມີອຳນາດເຫນືອຄົນເຫລົ່ານັ້ນທີ່ພວກທ່ານດູແລແຕ່ຈົ່ງເປັນແບບຢ່າງອັນດີແກ່ຝູງແກະນັ້ນ. \v 4 ແລະ ເມື່ອພຣະຜູ້ລ້ຽງອົງຍິ່ງໃຫຍ່ ຈະສະເດັດມາປາກົດທ່ານທັງຫລາຍຈະໄດ້ຮັບ ມົງກຸດອັນຊົງສະຫງ່າຣາສີທີ່ບໍ່ມີວັນຫ່ຽວແຫ້ງ.