lo_1pe_text_ulb_l3/04/03.txt

1 line
1.6 KiB
Plaintext

\v 3 ດ້ວຍວ່າເວລາທີ່ຜ່ານໄປແລ້ວນັ້ນຫນ້າຈະພຽງພໍ ສຳລັບການກະທຳສິ່ງທີ່ຄົນຕ່າງຊາດມັກເຮັດນັ້ນຄື ດຳເນີນຊີວິດຕາມຣາຄະຕັນຫາ, ຕາມໃຈປາຖະຫນາອັນຊົ່ວຊ້າ, ດື່ມສຸຣາມຶນເມົາກິນລ້ຽງກັນຢ່າງຫລູຫລາ ຟຸມເຟືອຍ ແລະ ການຂາບໄຫວ້ຮູບເຄົາ ຣົບອັນເປັນທີ່ໜ້າລັງກຽດ. \v 4 ເຂົາປະຫລາດໃຈທີ່ທ່ານທັງຫລາຍບໍ່ໄດ້ເຮັດການຊົ່ວຮ້າຍອັນ ເຫລືອລົ້ນເຫມືອນຢ່າງເຂົາ ແລະ ພວກເຂົາກໍກ່າວຮ້າຍໃສ່ທ່ານ. \v 5 ຄົນເຫຼົ່ານັ້ນຈະຕ້ອງໃຫ້ການແກ່ພຣະອົງຜູ້ພ້ອມແລ້ວທີ່ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ. \v 6 ດ້ວຍເຫດນີ້ເອງຂ່າວປະເສີດ ຈິິ່ງໄດ້ປະກາດແກ່ຄົນທີ່ຕາຍໄປແລ້ວດ້ວຍ ແມ່ນວ່າເຂົາໄດ້ຖືກຊົງພິພາກສາຕາມຢ່າງມະນຸດໃນເນື້ອຫນັງ ແຕ່ຈະມີຊີວິດຕາມຢ່າງພຣະເຈົ້າໃນຝ່າຍຈິດວິນຍານ.