lo_1pe_text_ulb_l3/03/18.txt

1 line
1.4 KiB
Plaintext

\v 18 ດ້ວຍວ່າພຣະຄຣິດເຈົ້າ ກໍເຫມືອນກັນກໍໄດ້ທົນທຸກຄັ້ງດຽວເທົ່ານັ້ນ ເພາະຄວາມຜິດບາບຄືພຣະອົງຜູ້ຊອບທັມຕ້ອງທົນທຸກເພື່ອເຮົາ, ທີ່ເປັນຜູ້ບໍ່ຊອບທັມເພື່ອພຣະອົງຈະໄດ້ນຳເຮົາທັງຫລາຍໄປເຖິງພຣະເຈົ້າ. ຝ່າຍເນື້ອຫນັງພຣະອົງກໍຊົງສິ້ນພຣະຊົນແຕ່ຊົງມີຊີວິດຂຶ້ນໂດຍພຣະວິນຍານ. \v 19 ແລະ ໂດຍພຣະວິນຍານເຊັ່ນກັນພຣະອົງໄດ້ສະເດັດໄປ ປະກາດແກ່ບັນດາວິນຍານທີ່ຖືກຄຸກຢູ່. \v 20 ຊຶ່ງເເຕ່ກ່ອນເຂົາທັງຫລາຍບໍ່ໄດ້ເຊື່ອຟັງ ຄາວເມື່ອພຣະເຈົ້າຊົງໂຜດສຳແດງຄວາມອົດທົນດົນນານ. ຄືໃນສະໄຫມຂອງໂນອາ, ເມື່ອກຳລັງສ້າງເຮືອ, ແລະ ພຣະເຈົ້າໄດ້ຮັກສາມຄົນຈຳນວນຫນ້ອຍ ຄືແປດຄົນໃຫ້ຜ່ານພົ້ນນໍ້າຖ້ວມນັ້ນ.