lo_1pe_text_ulb_l3/02/18.txt

1 line
1.3 KiB
Plaintext

\v 18 ຜູ້ຮັບໃຊ້ທັງຫລາຍ, ຈົ່ງຍອມຟັງນາຍຂອງທ່ານດ້ວຍຄວາມເຄົາຣົບທຸກຢ່າງ. ບໍ່ແມ່ນແຕ່ນາຍຜູ້ເປັນຄົນໃຈດີ ແລະ ສຸພາບເທົ່ານັ້ນ, ແຕ່ທັງຕໍ່ນາຍທີ່ຮ້າຍດ້ວຍ. \v 19 ເພາະມັນເປັນທີ່ຫນ້າສັນຣະເສີນຖ້າໃຜຍັງ ຄົງເຈັບປວດທຸກລຳບາກໃນຂະນະທີ່ຮັບຄວາມບໍ່ເປັນທັມ ເນື່ອງຈາກຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ. \v 20 ເພາະຖ້າ ພວກເຈົ້າເຮັດການຊົ່ວ ແລະ ທົນເອົາການຂ້ຽນຕີໃນຂະນະທີ່ຖືກລົງໂທດເພາະເຮັດຊົ່ວຈະເປັນການດີການຊອບຢ່າງໃດ? ແຕ່ຖ້າທ່ານໄດ້ເຮັດການດີ ແລະ ຈາກນັ້ນທ່ານຕ້ອງທົນທຸກທໍຣະມານໃນຂະນະທີ່ຖືກລົງໂທດ, ນີ້ເປັນທີ່ຫນ້າສັນຣະເສີນກັບພຣະເຈົ້າ.