lo_1pe_text_ulb_l3/02/13.txt

1 line
1.4 KiB
Plaintext

\v 13 ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າທ່ານຈົ່ງເຊື່ອຟັງກະສັດຜູ້ມີອຳນາດສູງສຸດ. \v 14 ແລະດ້ວຍຈະເປັນເຈົ້າເມືອງຜູ້ທີ່ໄດ້ຮັບຄຳສັ່ງນັ້ນ ໃຫ້ລົງໂທດຜູ້ທີ່ເຮັດຊົ່ວ ແລະ ຍ້ອງຍໍຜູ້ທີ່ເຮັດດີ. \v 15 ສຳລັບເລື່ອງນີ້ເປັນພຣະປະສົງຂອງພຣະເຈົ້າທີ່ຈະໃຫ້ທ່ານທັງຫລາຍລະງັບຄວາມໂງ່ງ່າວຂອງຄົນຊົ່ວຊ້າໃຫ້ສະຫງົບດ້ວຍຄຸນຄວາມດີ. \v 16 ຈົ່ງເປັນເຫມືອນຄົນທີ່ມີ ເສຣີພາບແຕ່ທ່ານຢ່າໃຊ້ເສຣີພາບນັ້ນໃຫ້ເປັນທີ່ປົກປິດຄວາມຊົ່ວໄວ້ ແຕ່ຈົ່ງໃຊ້ເຫມືອນເປັນ ຜູ້ຮັບໃຊ້ຂອງພຣະເຈົ້າ. \v 17 ທຸກໆຄົນຈົ່ງຮັກບັນດາພີ່ນ້ອງ ຈົ່ງຢຳເກງພຣະເຈົ້າ ແລະ ຈົ່ງຖວາຍກຽດແກ່ກະສັດ .