\c 2 \v 1 ທ່ານທັງຫລາຍຈົ່ງລະຖິ້ມຄວາມຊົ່ວຮ້າຍ ບັນດາກົນອຸບາຍທັງປວງ, ການຫນ້າຊື່ໃຈຄົດ, ຄວາມອິດສາຣິດສະຫຍາ ແລະ ຄຳເວົ້ານິນທາໃສ່ຮ້າຍທັງຫມົດ. \v 2 ຈົ່ງເປັນເຫມືອນເດັກນ້ອຍໆທີ່ເກີດໃຫມ່, ຈົ່ງປາຖະຫນາຫານໍ້ານົມ ຝ່າຍຈິດວິນຍານອັນບໍຣິສຸດເພື່ອຈະເຮັດໃຫ້ທ່ານທັງຫລາຍເຕີບໂຕຂຶ້ນໃນຄວາມພົ້ນ. \v 3 ຖ້າທ່ານໄດ້ຄົ້ນພົບແລະ ຮູ້ແລ້ວວ່າ, ອົງພຣະຜູ້ເປັນເຈົ້າປະກອບດ້ວຍພຣະເມດຕາກະຣຸນາ.