[ { "title": "ວັດຈະນະຂອງພຣະຢາເວໄດ້ມາເຖິງ", "body": "ສຳນວນນີ້ຫມາຍຄວາມວ່າພຣະເຈົ້າໄດ້ກ່າວ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 6:11. ອາດຈະແປໄດ້ວ່າ: \"ພຣະຢາເວ ກ່າວຂໍ້ຄວາມຂອງພຣະອົງ\" (ເບິ່ງເພີ່ມເຕີມ: figs_idiom). " }, { "title": "ໃນເມື່ອເຮົາໄດ້ເຊີດຊູເຈົ້າ", "body": "ນີ້ແມ່ນຂໍ້ຄວາມຂອງພຣະເຈົ້າທີ່ເຢຮູຕ້ອງໃຫ້ບາອາຊາ. ຄຳວ່າ \"ເຈົ້າ\" ຫມາຍເຖິງບາອາຊາ." }, { "title": "ເຮົາໄດ້ເຊີດຊູເຈົ້າຂຶ້ນມາຈາກຂີ່ຝຸ່ນດິນ", "body": "\"ຂ້ອຍໄດ້ຍົກເຈົ້າຂຶ້ນຈາກຂີ້ຝຸ່ນ.\" ການຢູ່ໃນຂີ້ຝຸ່ນໃນພື້ນດິນສະແດງເຖິງຄວາມບໍ່ສຳຄັນ. ການຍົກຜູ້ໃດຜູ້ຫນຶ່ງ ເປັນຕົວແທນເຮັດໃຫ້ລາວສຳຄັນ. ອາດຈະແປໄດ້ວ່າ: \"ຂ້ອຍໄດ້ຍົກເຈົ້າຈາກຕຳແຫນ່ງທີ່ບໍ່ສຳຄັນ\" ຫລື \"ເມື່ອເຈົ້າບໍ່ມີອຳນາດ ຫລື ອິດທິພົນເຫນືອຜູ້ຄົນ, ຂ້ອຍໄດ້ໃຫ້ເຈົ້າສຳຄັນ\" (ເບິ່ງເພີ່ມເຕີມ: figs_metaphor)." }, { "title": "ເຈົ້າໄດ້ດຳເນີນຕາມທາງຂອງເຢໂຣໂບອາມ", "body": "ການດຳເນີນແມ່ນຕົວແທນຂອງການປະພຶດ. ເຢໂຣໂບອາມ ແລະ ບາອາຊາ ທັງສອງໄດ້ເຮັດບາບ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ວ່າ: \"ທ່ານໄດ້ເຮັດສິ່ງດຽວກັນທີ່ ເຢໂຣໂບອາມໄດ້ເຮັດ\" ຫລື \"ທ່ານໄດ້ເຮັດບາບຄືກັບເຢໂຣໂບອາມໄດ້ເຮັດບາບ\" (ເບິ່ງເພີ່ມເຕີມ: figs_metaphor ແລະ figs_explicit)." } ]