[ { "title": "ວ່າເມືອງນັ້ນເເຕກເເລ້ວ", "body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: \"ທີ່ອິມຣີ ແລະກອງທັບໄດ້ເຂົ້າຍຶດເອົາເມືອງ\" (ເບິ່ງເພີ່ມເຕີມ: figs_activepassive). " }, { "title": "ໄດ້ເຮັດຊົ່ວໃນສາຍພຣະເນດຂອງພຣະຢາເວ", "body": "ສາຍຕາຂອງພຣະຢາເວເປັນຕົວແທນໃຫ້ແກ່ການພິພາກສາຂອງພຣະຢາເວ. ອາດຈະແປໄດ້ວ່າ: \"ສິ່ງທີ່ຊົ່ວຮ້າຍໃນການພິພາກສາຂອງພຣະຢາເວ\" ຫລື \"ສິ່ງທີ່ພຣະຢາເວຖືວ່າເປັນສິ່ງຊົ່ວ\" (ເບິ່ງເພີ່ມເຕີມ: figs_metaphor). " }, { "title": "ດຳເນີນການຂອງເຢໂຣໂບອາມ", "body": "ການດຳເນີນຢູ່ນີ້ ສະແດງເຖິງການປະພຶດຕົວ. ອາດຈະແປໄດ້ວ່າ: \"ເຮັດສິ່ງດຽວກັນທີ່ ເຢໂຣໂບອາມໄດ້ເຮັດ\" (ເບິ່ງເພີ່ມເຕີມ: figs_metaphor). " }, { "title": "ທີ່ນຳອິດສະຣາເອນເຮັດບາບດ້ວຍ", "body": "ການນຳຄົນໃຫ້ເຮັດສິ່ງໃດສິ່ງຫນຶ່ງສະແດງເຖິງອິດທິພົນຂອງພວກເຂົາທີ່ຈະເຮັດມັນ. ອາດຈະແປໄດ້ວ່າ: \"ເພື່ອຈະມີອິດທິພົນຕໍ່ອິດສະຣາເອນທີ່ຈະເຮັດບາບ\" (ເບິ່ງເພີ່ມເຕີມ: figs_metaphor)." }, { "title": "ສ່ວນເລື່ອງນອກຂອງຊິມຣີ", "body": "ການກະບົດນີ້ຫມາຍເຖິງການວາງແຜນຂອງ ຊິມຣີເພື່ອຂ້າເອລາ, ກະສັດແຫ່ງອິດສະຣາເອນ. ຄວາມຫມາຍເຕັມຂອງຄຳ ເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂຶ້ນ. ອາດຈະແປໄດ້ວ່າ: \"ວິທີທີ່ລາວວາງແຜນຕໍ່ຕ້ານກະສັດເອລາ\" ຫລື \"ວິທີທີ່ລາວຂ້າກະສັດອິດສະຣາເອນ\" (ເບິ່ງເພີ່ມເຕີມ: figs_explicit). " }, { "title": "ລວມທັງຫນັງສືເຫລົ່ານັ້ນເເຫ່ງອິດສະຣາເອນບໍ່ເເມ່ນຫວາ?", "body": "ຄຳຖາມນີ້ແມ່ນໃຊ້ເພື່ອແຈ້ງ ຫລື ເຕືອນຜູ້ອ່ານວ່າຂໍ້ມູນກ່ຽວກັບຊິມຣີແມ່ນຢູ່ໃນປື້ມຫົວນີ້. ຄຳຖາມໂວຫານ ນີ້ສາມາດແປເປັນຄຳເວົ້າ. ເບິ່ງວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນນີ້ກ່ຽວກັບຢູດາໃນ 14:29. ອາດຈະແປໄດ້ວ່າ: \"ພວກມັນຖືກຂຽນໄວ້ໃນປຶ້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ.\" (ເບິ່ງເພີ່ມເຕີມ: figs_rquestion)." }, { "title": "ຫນັງສືເຫລົ່ານັ້ນ ... ອິດສະຣາເອນບໍ?", "body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: \"ຜູ້ໃດຜູ້ຫນຶ່ງໄດ້ຂຽນກ່ຽວກັບພວກເຂົາໃນປື້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ.\" (ເບິ່ງເພີ່ມເຕີມ: figs_activepassive)." } ]