[ { "title": "ພຣະຢາເວຈະສົ່ງຝົນລົງມາ", "body": "ນີ້ແມ່ນສຳນວນຫມາຍຄວາມວ່າພຣະຢາເວເຮັດໃຫ້ຝົນຕົກຫນັກ. ອາດຈະແປໄດ້ວ່າ: \"ພຣະຢາເວເຮັດໃຫ້ຝົນຕົກ\" (ເບິ່ງເພີ່ມເຕີມ: figs_idiom). " }, { "title": "ນາງເເລະເອລີຢາພ້ອມດ້ວຍຄອບຄົວກໍໄດ້ກິນອາຫານຢູ່ຫລາຍວັນ", "body": "ໃນພາສາດັ້ງເດີມມັນເວົ້າວ່າ \"ແລະ ນາງ ແລະ ລາວ ແລະ ຄອບຄົວຂອງນາງກິນເຂົ້າກັນເປັນເວລາຫລາຍວັນ.\" ມັນຍັງບໍ່ຊັດເຈນວ່າ \"ລາວ\" ແມ່ນໃຜ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ເອລີຢາ, ແມ່ຫມ້າຍ, ແລະ ລູກຊາຍຂອງນາງກິນເຂົ້າເປັນເວລາຫລາຍມື້ຫລື 2) ແມ່ຫມ້າຍ, ລູກຊາຍ ແລະ ທຸກຄົນທີ່ອາໄສຢູ່ໃນເຮືອນຂອງນາງກິນເຂົ້າເປັນເວລາຫລາຍມື້ຫລື 3) ເອລີຢາ, ແມ່ຫມ້າຍ, ແລະທຸກຄົນທີ່ອາໄສຢູ່ໃນເຮືອນຂອງນາງຮັບປະທານເປັນເວລາຫລາຍມື້. " }, { "title": "ພ້ອມດ້ວຍຄອບຄົວຂອງນາງ", "body": "ຄວາມຫມາຍທີ່ເປັນໄປໄດ້ສຳລັບ \"ຄົວເຮືອນ\" ແມ່ນ 1) ນີ້ຫມາຍເຖິງລູກຊາຍຂອງແມ່ຫມ້າຍ ຫລື 2) ນີ້ຫມາຍເຖິງຄົນອື່ນທີ່ອາໄສຢູ່ໃນເຮືອນຂອງນາງແຕ່ບໍ່ມີຊື່ໃນເລື່ອງຫລື 3) ນີ້ຫມາຍເຖິງລູກຊາຍ ແລະ ຄົນອື່ນໆທີ່ອາໃສຢູ່ໃນເຮືອນຂອງນາງ. " }, { "title": "ອາຫານໃນຫມໍ້ກໍບໍ່ຂາດນ້ຳໃນໄຫກໍໄຫລບໍ່ຢຸດ ຕາມພຣະວັດຈະນະຂອງພຣະຢາເວໄດ້ກ່າວທາງເອລີຢາ.", "body": "ນີ້ \"ຄຳ\" ເປັນຕົວແທນໃຫ້ແກ່ພຣະຢາເວ. ອາດຈະແປໄດ້ວ່າ: \"ຄືກັບທີ່ພຣະຢາເວໄດ້ກ່າວ\" (ເບິ່ງເພີ່ມເຕີມ: figs_metonymy). " } ]