[ { "title": "ພະອົງບໍ່ໄດ້ເຫລືອຊາຍຈັກຄົນດຽວ", "body": "ນີ້ຫມາຍຄວາມວ່າລາວໄດ້ຂ້າຜູ້ຊາຍ ແລະເດັກຊາຍທຸກຄົນ. ອາດຈະແປໄດ້ວ່າ: \"ລາວບໍ່ໄດ້ປ່ອຍໃຫ້ຊາຍອີກຄົນຫນຶ່ງມີຊີວິດຢູ່\". " }, { "title": "ພຣະວັດຈະນະຂອງພຣະຢາເວ", "body": "\"ຂໍ້ຄວາມຂອງພຣະຢາເວ\" ຫລື \"ຄວາມເວົ້າຂອງພຣະຢາເວ\". " }, { "title": "ໄດ້ກ່າວໂທດບາອາຊາໂດຍເຢຮູຜູ້ເຜີຍພຣະວັດຈະນະ. ", "body": "ການເວົ້າ \"ໂດຍ\" ຜູ້ເຜີຍຫມາຍເຖິງການບອກຜູ້ພະຍາກອນໃຫ້ເວົ້າ ແລະ ຜູ້ເຜີຍເວົ້າ. ອາດຈະແປໄດ້ວ່າ: \"ທີ່ພຣະຢາເວໄດ້ບອກ ເຢຮູຜູ້ເຜີຍພຣະວັດຈະນະໃຫ້ເວົ້າຕໍ່ ບາອາຊາ\" (ເບິ່ງເພີ່ມເຕີມ: figs_idiom). " }, { "title": "ພວກເຂົາໄດ້ເຮັດໃຫ້ອິດສະຣາເອນເຮັດບາບ", "body": "ການນຳຄົນໃຫ້ເຮັດສິ່ງໃດສິ່ງຫນຶ່ງ ສະແດງເຖິງອິດທິພົນຂອງພວກເຂົາທີ່ຈະເຮັດມັນ. ອາດຈະແປໄດ້ວ່າ: \"ພວກເຂົາມີອິດທິພົນຕໍ່ອິດສະຣາເອນທີ່ຈະເຮັດບາບ\" (ເບິ່ງເພີ່ມເຕີມ: figs_metaphor). " }, { "title": "ພວກເຂົາໄດ້ເຮັດໃຫ້ອິດສະຣາເອນເຮັດບາບ", "body": "ນີ້ແມ່ນຄຳວ່າ \"ອິດສະຣາເອນ\" ຫມາຍເຖິງສິບເຜົ່າທາງເຫນືອຂອງອິດສະຣາເອນ. ບາອາຊາ ແລະ ເອລາໄດ້ເປັນກະສັດຂອງພວກເຂົາ. " }, { "title": "ເຮັດໃຫ້ພຣະຢາເວພຣະເຈົ້າເເຫ່ງອິດສະຣາເອນບໍ່ພໍໃຈນຳເລື່ອງຮູບເຄົາລົບຂອງພວກເຂົາ", "body": "ພຣະເຈົ້າໂກດແຄ້ນຕໍ່ປະຊາຊົນຍ້ອນວ່າພວກເຂົານະມັດສະການຮູບປັ້ນ. ຄວາມຫມາຍ ຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ວ່າ: \"ພວກເຂົາໄດ້ເຮັດໃຫ້ ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ, ໂກດແຄ້ນ ເພາະວ່າພວກເຂົານະມັດສະການຮູບປັ້ນ\" (ເບິ່ງເພີ່ມເຕີມ: figs_explicit). " }, { "title": "ພຣະເຈົ້າເເຫ່ງອິດສະຣາເອນ", "body": "ຕໍ່ໄປນີ້ຄຳວ່າ \"ອິດສະຣາເອນ\" ຫມາຍເຖິງຊົນເຜົ່າທັງຫມົດ ສິບສອງເຜົ່າທີ່ສືບເຊື້ອສາຍມາຈາກຢາໂຄບ. " } ]