[ { "title": "ອິດສະຣາເອນທັງຫມົດ", "body": "ທີ່ນີ້ \"ອິດສະຣາເອນ\" ແມ່ນຄຳອຸປະມາສຳລັບຜູ້ຊາຍທຸກຄົນຂອງອິດສະຣາເອນທີ່ມີຄວາມສາມາດໃນການຕໍ່ສູ້. \"ຊາວອິດສະຣາເອນທັງຫມົດ\" ແມ່ນຄວາມເວົ້າທີ່ເວົ້າເກີນໄປເຊິ່ງຫມາຍຄວາມວ່າຜູ້ຊາຍຊາວອິດສະຣາເອນເກືອບທັງຫມົດ. ອາດຈະແປໄດ້ວ່າ: \"ຊາຍທັງຫມົດຂອງອິດສະຣາເອນ\" (ເບິ່ງເພີ່ມເຕີມ: figs_metonymy ແລະ figs_hyperbole). " }, { "title": "ພວກທ່ານມີສ່ວນເເບ່ງຫຍັງຈາກດາວິດ?", "body": "\"ການແບ່ງປັນ\" ແມ່ນຄຳອະທິບາຍທີ່ມີຄວາມຫມາຍສ່ວນຫນຶ່ງ, ການມີສ່ວນຮ່ວມ, ຫລື ຄວາມສົນໃຈ. ຄຳຖາມນີ້ສາມາດແປເປັນຄຳເວົ້າງ່າຍໆ. ອາດຈະແປໄດ້ວ່າ: \"ພວກເຮົາຈະບໍ່ມີສ່ວນໃນຄອບຄົວຂອງດາວິດ.\" (ເບິ່ງເພີ່ມເຕີມ: figs_rquestion ແລະ figs_metonymy)" }, { "title": "ຂ້ານ້ອຍບໍ່ມີສ່ວນໃນມໍລະດົກຈາກລູກຊາຍຂອງເຢຊີ", "body": "\"ລູກຊາຍຂອງເຢຊີ\" ແມ່ນຄຳອຸປະມາສຳລັບດາວິດ, ລູກຊາຍຂອງເຢຊີ. \"ມໍລະດົກ\" ແມ່ນຄຳອຸປະມາສຳລັບພາກສ່ວນທີ່ເຫລືອ ສຳລັບຄົນເຫລົ່ານີ້ຈາກຄວາມສຳເລັດຂອງດາວິດ. ອາດຈະແປໄດ້ວ່າ: \"ພວກເຮົາຈະບໍ່ມີຫຍັງກ່ຽວຂ້ອງກັບລູກຫລານຂອງ ເຢຊີ\" (ເບິ່ງເພີ່ມເຕີມ: figs_metonymy)." }, { "title": "ໄປເຕັນຂອງທ່ານເຖີດ, ອິດ​ສະ​ຣາ​ເອນ", "body": "\"ເຕັນ\" ແມ່ນຄຳປຽບທຽບທີ່ເປັນຕົວແທນຂອງສະຖານທີ່ຢູ່ອາໄສຂອງຄົນ. ອາດຈະແປໄດ້ວ່າ: \"ໄປເຮືອນຂອງເຈົ້າ, ປະຊາຊົນອິດສະຣາເອນ\" (ເບິ່ງເພີ່ມເຕີມ: figs_metonymy). " }, { "title": "ຈົ່ງເບິ່ງຣາຊວົງຂອງທ່ານເອງເຖີດ,ດາ​ວິດ. ", "body": "\"ຣາຊວົງ\" ແມ່ນຄຳອຸປະມາສຳລັບເຊື້ອສາຍ ແລະ ອຳນາດຂອງດາວິດ. ອາດຈະແປໄດ້ວ່າ: \"ຕອນນີ້ດູແລອານາຈັກຂອງເຈົ້າເອງ, ເຊື້ອສາຍຂອງດາວິດ\" (ເບິ່ງເພີ່ມເຕີມ: figs_metonymy). " } ]