[ { "title": "ຂໍ້​ມູນ​ທົ່ວ​ໄປ:", "body": "ກະສັດໂຊໂລໂມນອະທິບາຍວ່າເປັນຫຍັງໂຢອາບຄວນຕາຍ" }, { "title": "ຂໍພຣະຢາເວຊົງນຳເລືອດຂອງເຂົາກັບມາຕົກເທິງຫົວຂອງເຂົາເອງ", "body": "ຄຳວ່າ \"ເຂົາ\" ຫມາຍເຖິງໂຢອາບ. \"ເລືອດ\" ແມ່ນ ຄຳປຽບທຽບສຳລັບການຄາດຕະກຳ. ແລະ, ສຳນວນ \"ເລືອດກັບຄືນເຂົ້າໃນຫົວ\" ຫມາຍຄວາມວ່າບຸກຄົນດັ່ງກ່າວຄວນຈະຖືກພິຈາລະນາວ່າມີຄວາມຜິດໃນການຂ້າຄົນ. ອາດຈະແປໄດ້ວ່າ: \"ໂຢອາບ ໄດ້ຂ້າປະຊາຊົນ, ແລະ ຂ້ອຍຕ້ອງການໃຫ້ ພຣະຢາເວຖືວ່າລາວມີຄວາມຜິດຕໍ່ສິ່ງທີ່ລາວໄດ້ເຮັດ\" (ເບິ່ງເພີ່ມເຕີມ: figs_metonymy ແລະ figs_idiom). " }, { "title": "ທີ່ຊອບທຳກວ່າ ແລະ ດີກ່ວາ", "body": "ຄຳເວົ້າເຫລົ່ານີ້ຫມາຍຄວາມວ່າ ໂດຍພື້ນຖານແລ້ວມັນເປັນສິ່ງດຽວກັນ ແລະ ເນັ້ນຫນັກວ່າອັບເນ ແລະອາມາສາເປັນຜູ້ຊາຍທີ່ດີກວ່າໂຢອາບ. (ເບິ່ງເພີ່ມເຕີມ: figs_doublet). " }, { "title": "ໃຫ້ເລືອດຂອງພວກເຂົາໄດ້ຕົກລົງເທິງຫົວຂອງໂຢອາບ ແລະ ເຊື້້ອສາຍຂອງເຂົາ", "body": "ຄຳວ່າ \"ເລືອດ\" ແມ່ນຄຳປຽບທຽບສຳລັບການຄາດຕະກຳ. ແລະ, ສຳນວນ \"ເລືອດກັບຄືນເຂົ້າໃນຫົວ\" ຫມາຍຄວາມວ່າບຸກຄົນດັ່ງກ່າວຄວນຈະຖືກພິຈາລະນາວ່າມີຄວາມຜິດໃນການຂ້າຄົນ. ອາດຈະແປໄດ້ວ່າ: \"ຂ້ອຍຕ້ອງການໃຫ້ ພຣະຢາເວຖືວ່າໂຢອາບ ແລະ ເຊື້້ອສາຍຂອງລາວມີຄວາມຜິດຕໍ່ສິ່ງທີ່ລາວໄດ້ເຮັດ\"(ເບິ່ງເພີ່ມເຕີມ: figs_metonymy ແລະ figs_idiom)" }, { "title": "ລູກຫລານຂອງເພິ່ນ ແລະ ບັງລັງຂອງເພິ່ນ", "body": "ຄຳວ່າ \"ເຮືອນ\" ແລະ \"ບັນລັງ\" ແມ່ນຄຳອຸປະມາສຳລັບຄອບຄົວ ແລະ ອານາຈັກ. ອາດຈະແປໄດ້ວ່າ: \"ແກ່ລູກຫລານຂອງດາວິດ ແລະ ອານາຈັກຂອງດາວິດ\" (ເບິ່ງເພີ່ມເຕີມ: figs_metonymy). " } ]