[ { "title": "ຂໍ້​ມູນ​ທົ່ວ​ໄປ:", "body": "ກະສັດດາວິດສືບຕໍ່ບອກໂຊໂລໂມນກ່ຽວກັບວິທີ ນຳພາອິດສະຣາເອນ" }, { "title": "ວ່າ ໂຢອາບ ... ໄດ້ເຮັດຫຍັງຕໍ່ເຮົາ, ແລະ ເຂົາໄດ້ເຮັດຫຍັງ", "body": "ດາວິດແມ່ນການກ່າວເຖິງສິ່ງດຽວກັນສອງຄັ້ງ. ອາດຈະແປໄດ້ວ່າ: \"ສິ່ງທີ່ໂຢອາບ....ໄດ້ເຮັດກັບຂ້ອຍ - ນັ້ນແມ່ນສິ່ງທີ່ລາວໄດ້ເຮັດ\". " }, { "title": "ເລືອດແຫ່ງສົງຄາມໃນຍາມສະງົບສຸກ", "body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) \"ຂ້າຜູ້ຊາຍເຫລົ່ານັ້ນໃນຊ່ວງເວລາທີ່ມີຄວາມສະຫງົບສຸກ ຄືກັບວ່າລາວກຳລັງຂ້າພວກເຂົາໃນສົງຄາມ\" ຫລື 2) \"ໄດ້ແກ້ແຄ້ນຜູ້ຊາຍເຫລົ່ານັ້ນໃນຊ່ວງເວລາທີ່ມີຄວາມສະຫງົບສຸກເພາະວ່າພວກເຂົາໄດ້ຂ້າຄົນໃນສົງຄາມ\" (ເບິ່ງເພີ່ມເຕີມ: figs_metonymy). " }, { "title": "ເຮັດໃຫ້ເລືອດແຫ່ງສົງຄາມຕົກລົງເທິງສາຍເອວຂອງເຂົາ ແລະ ລົງເທິງເກີບທີ່ຢູ່ຕີນຂອງເຂົາ", "body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໂຢອາບມີຄວາມໃກ້ຊິດກັບຜູ້ຊາຍເຫລົ່ານີ້ເມື່ອລາວຂ້າພວກເຂົາວ່າເລືອດຂອງພວກເຂົາກະແຈກກະຈາຍຢູ່ໃນສາຍແອວຂອງລາວ ແລະ ໃສ່ເກີບຂອງລາວຫລື 2) ຄຳວ່າ \"ເລືອດ\" ແມ່ນຄຳສັບສຳລັບຄວາມຜິດຂອງການຄາດຕະກຳ, ສາຍແອວ ແລະ ເກີບແມ່ນຄຳອຸປະມາສຳລັບອຳນາດຂອງໂຢອາບເປັນຜູ້ບັນຊາການ, ສະນັ້ນດາວິດກຳລັງເວົ້າວ່າຍ້ອນໂຢອາບມີຄວາມຜິດໃນການຄາດຕະກຳ, ລາວບໍ່ຄວນເປັນຜູ້ບັນຊາກອງທັບ. ໂດຍວິທີໃດກໍ່ຕາມ, ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປຄວາມຫມາຍແບບນີ້. (ເບິ່ງເພີ່ມເຕີມ: figs_metonymy). " }, { "title": "ຢ່າປ່ອຍໃຫ້ຫົວຂອງເຂົາຕົກລົງໄປສູ່ຂຸມຝັງສົບຢ່າງສະຫງົບສຸກ", "body": "\"ໃຫ້ແນ່ໃຈວ່າໂຢອາບຕາຍ ໃນຄວາມຕາຍທີ່ຮຸນແຮງກ່ອນທີ່ລາວຈະເຖົ້າແກ່.\" (ເບິ່ງເພີ່ມເຕີມ: figs_metonymy)." } ]