[ { "title": "ລູກທັງຫລາຍເອີຍ", "body": "ໂຢຮັນເປັນຄົນມີອາຍຸສູງແລະຍັງເປັນຜູ້ນໍາຂອງພວກເຂົາດ້ວຍ ໂຢຮັນໃຊ້ຄໍາເວົ້າດັ່ງກ່າວເພື່ອສະແດງໃຫ້ເຫັນເຖິງຄວາມຮັກຂອງລາວທີ່ມີຕໍ່ພວກເຂົາ ແປໄດ້ອີກວ່າ \"ລູກທີ່ຮັກຂອງຂ້າພະເຈົ້າໃນພຣະຄຣິດ\" ຫລື \"ທ່ານເປັນທີ່ຮັກຂອງຂ້າພະເຈົ້າເຫມືອນກັບວ່າເປັນລູກແທ້ໆຂອງຂ້າພະເຈົ້າ\" ໃຫ້ກັບໄປເບິ່ງໃນ2:1 ວ່າແປໄວ້ແນວໃດ(ໃຫ້ເບິ່ງໃນ : figs_metaphor)" }, { "title": "ຢ່າໃຫ້ໃຜຊັກຈູງທ່ານໃຫ້ຫລົງ", "body": "ການຖືກຫລອກໃຫ້ບໍ່ເຊື່ອຟັງພຣະເຈົ້າໄດ້ຮັບການປຽບທຽບໃຫ້ເໜືອນກັບການທີ່ຄົນໜຶ່ງຖືກນໍາໃຫ້ເດີນອອກນອກທາງໄປ ແປອີກຢ່າງວ່າ \"ຢ່າໃຫ້ໃຜຫລອກທ່ານໄດ້\" ຫລື \"ຢ່າໃຫ້ໃຜຫລອກລວງທ່ານໄດ້\"(UDB) (ໃຫ້ເບິ່ງໃນ: figs_metaphor)" }, { "title": " ຜູ້ທີ່ເຮັດຕາມຄວາມຊອບທັມກໍຊອບທັມ, ຢ່າງພຣະຄຣິດຊົງຊອບທັມ.", "body": "\"ຜູ້ທີ່ເຮັດໃນສິ່ງທີ່ຖືກຕ້ອງນັ້ນກໍເປັນທີ່ພໍພຣະທັຍພຣະເຈົ້າເໜືອນກັບທີ່ພຣະເຢຊູຄຣິດຊົງເປັນທີ່ພໍພຣະທັຍພຣະເຈົ້າ\"" }, { "title": "ກໍມາຈາກມານ", "body": "\"ເປັນຂອງມານ\" ຫລື \"ຄືກັບມານ\"" }, { "title": "ຕັ້ງແຕ່ຕົ້ນ", "body": "ໝາຍເຖິງຕອນເລີ່ມຕົ້ນທີ່ທຸກສິ່ງທຸກຢ່າງຖືກສ້າງຂຶ້ນມາກ່ອນທີ່ມະນຸດຈະຕົກໃນຄວາມບາບຄັ້ງທໍາອິດ ແປອີກຢ່າງວ່າ \"ຕັ້ງແຕ່ການຊົງສ້າງເລີ່ມຕົ້ນ\"(ໃຫ້ເບິ່ງໃນ: figs_metonymy)" }, { "title": "ພຣະບຸດຂອງພຣະເຈົ້າຈຶ່ງໄດ້ປາກົດ", "body": "ແປໄດ້ອີກຢ່າງວ່າ: \"ພຣະເຈົ້າຊົງສໍາແດງໃຫ້ເຫັນພຣະບຸດຂອງພຣະອົງ\"(ໃຫ້ເບິ່ງໃນ: figs_activepassive)" }, { "title": "ພຣະບຸດຂອງພຣະເຈົ້າ", "body": "\"ຄໍານີ້ສະແດງໃຫ້ເຫັນເຖິງຖານະທີ່ສໍາຄັນຂອງພຣະເຢຊູ ເຮັດໃຫ້ເຮົາເຂົ້າໃຈເຖິງຄວາມສໍາພັນຂອງພຣະເຢຊູກັບອົງພຣະຜູ້ເປັນເຈົ້າ(ໃຫ້ເບິ່ງໃນ: guidelines_sonofgodprinciples)" } ]