[ { "title": "ເພາະເຫດນີ້, ຄວາມຮັກນີ້ຖືກເຮັດໃຫ້ສົມບູນທ່າມກາງເຮົາທັງຫລາຍ, ເພື່ອເຮົາທັງຫລາຍຈະໄດ້ມີຄວາມໝັ້ນໃຈ", "body": "ສາມາດແປໂດຍໃຊ້ປະໂຫຍກທີ່ຫ້າວຫັນ. ມີຄວາມໝາຍທີ່ເປັນໄປໄດ້ຄຶ 1) \"ເພາະວ່າສິ່ງນີ້\" ອ້າງໄປເຖິງພຣະທັມຂໍ້ທີ່ 4:15 ແປອີກຢ່າງວ່າ \"ເພາະຜູ້ໃດກໍຕາມທີ່ດໍາເນີນຊີວິດດ້ວຍຄວາມຮັກກໍ່ຢູ່ໃນພຣະເຈົ້າແລະພຣະເຈົ້າສະຖິດຢູ່ໃນພວກເຂົາ ພຣະເຈົ້າຊົງເຮັດໃຫ້ຄວາມຮັກຂອງພຣະອົງສົມບູນເພື່ອເຮົາ ແລະດ້ວຍເຫດນີ້ເອງເຮົາຈຶ່ງມີຄວາມໝັ້ນໃຈຢ່າງເຕັມລົ້ນ\" ຫລຶ2) \"ເພາະສິ່ງນີ້ເອງ\" ໝາຍເຖິງ\"ເຮົາທັງຫຼາຍຈະໄດ້ມີຄວາມໜັ້ນໃຈ\" ແປໄດ້ອີກຢ່າງວ່າ \"ເຮົາມີຄວາມໝັ້ນໃຈວ່າພຣະເຈົ້າຈະຊົງຮັບເຮົາໃນວັນທີ່ພຣະອົງຊົງຕັດສິນພິພາກສາທຸກຄົນ ເພື່ອທີ່ເຮົາຈະໄດ້ຮູ້ວ່າພຣະອົງໄດ້ເຮັດໃຫ້ຄວາມຮັກຂອງພຣະອົງທີ່ມີໃຫ້ກັບເຮົາສໍາເລັດ\" (ໃຫ້ເບິ່ງໃນ:figs_activepassive)" }, { "title": "ຄວາມຮັກນີ້ຈຶ່ງຖືກເຮັດໃຫ້ສົມບູນທ່າມກາງເຮົາທັງຫລາຍ", "body": "\"ແລະນີ້ຄຶວິທີການທີ່ພຣະເຈົ້າຊົງເຮັດໃຫ້ຄວາມຮັກຂອງພຣະອົງທີ່ມີໄ້ວໃຫ້ສຳຫຼລັບເຮົາສຳເລັດ\"" }, { "title": "ເພາະວ່າພຣະອົງຊົງເປັນຢ່າງໃດເຮົາທັງຫຼາຍໃນໂລກນີ້ກໍ່ເປັນຢ່າງນັ້ນ", "body": "\"ເພາະວ່າຄວາມສຳພັນທີ່ດີເຊິ່ງພຣະເຢຊູມີກັບພຣະເຈົ້ານັ້ນເປັນສຳພັນທີ່ດີດຽວກັບສຳພັນທີ່ດີທີ່ເຮົາມີກັບພຣະເຈົ້າໃນໂລກນີ້\"" }, { "title": "ຄວາມຮັກທີ່ສົມບູນກໍ່ກຳຈັດຄວາມຢ້ານອອກໄປເສຍ", "body": "ຄຳວ່າ \"ຄວາມຮັກ \" ໃນທີ່ນີ້ນັ້ນອະທິບາຍເຖິງຄົນໆໜຶ່ງເຊິ່ງມີຣິດອຳນາດທີ່ຈະກຳຈັດຄວາມຢ້ານອອກໄປ ຄວາມຮັກຂອງພຣະເຈົ້ານັ້ນສົມບູນແບບ ແປອີກຢ່າງວ່າ\"ແຕ່ເມຶ່ອຄວາມຮັກຂອງເຮົາສົມບູນແລ້ວເຮົາກໍ່ບໍ່ມີຄວາມຢ້ານອີກຕໍ່ໄປ\"(ໃຫ້ເບິ່ງໃນ: figs_personification)" }, { "title": "ເພາະຄວາມຢ້ານເຂົ້າກັບການລົງໂທດ", "body": "ເພາະເຮົາຢ້ານເມຶ່ອເຮົາຄິດວ່າພຣະເຈົ້າຈະລົງໂທດເຮົາໃນເວລາທີ່ພຣະອົງສະເດັດມາຕັດສິນພິພາກສາທຸກຄົນ\"" }, { "title": "ຜູ້ທີ່ມີຄວາມຢ້ານກໍ່ຍັງບໍ່ມີຄວາມຮັກທີ່ສົມບູນ.", "body": "\"ເມຶ່ອຄົນໆຫນື່ງຢ້ານວ່າພຣະເຈົ້າຈະລົງໂທດເຂົາກໍ່ໝາຍຄວາມວ່າຄວາມຮັກຂອງພຣະອົງບໍ່ໄດ້ສົມບູນໃນຕົວເຂົາ\"" } ]