lo_1jn_text_ulb_l3/03/23.txt

1 line
950 B
Plaintext

\v 23 ນີ້ເປັນພຣະບັນຍັດຂອງພຣະອົງຄື: ໃຫ້ເຮົາເຊື່ອໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະອົງ ແລະ ຮັກຊຶ່ງກັນແລະກັນ, ຕາມພຣະບັນຍັດທີ່ພຣະອົງໄດ້ໃຫ້ແກ່ເຮົານັ້ນ. \v 24 ຜູ້ທີ່ປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ກໍຢູ່ ໃນພຣະອົງ ແລະ ພຣະເຈົ້າກໍຊົງສະຖິດຢູ່ໃນເຂົາ. ດ້ວຍເຫດນີ້ເຮົາຈິ່ງຮູ້ວ່າພຣະອົງຊົງສະຖິດຢູ່ໃນເຮົາໂດຍພຣະວິນຍານ ຜູ້ຊຶ່ງພຣະອົງໄດ້ປະທານໃຫ້ແກ່ເຮົາ.