lo_1jn_text_ulb_l3/01/05.txt

1 line
1.2 KiB
Plaintext

\v 5 ນີ້ເປັນຖ້ອຍຄຳທີ່ເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ທ່ານວ່າ: ພຣະເຈົ້າ ຊົງເປັນຄວາມສະຫວ່າງ, ແລະ ໃນພຣະອົງບໍ່ມີຄວາມມືດເລີຍ. \v 6 ຖ້າເຮົາກ່າວວ່າ ເຮົາຮ່ວມສາມັກຄີທຳກັບພຣະອົງ ແລະ ຍັງດໍາເນີນຊີວິດຢູ່ໃນຄວາມມືດ, ເຮົາກໍກຳລັງເວົ້າຕົວະ ແລະ ບໍ່ໄດ້ດຳເນີນຊີວິດຕາມຄວາມຈິງ. \v 7 ແຕ່ຖ້າເຮົາດໍາເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງ ພຣະອົງທີ່ຊົງສະຖິດໃນຄວາມສະຫວ່າງ, ເຮົາກໍຮ່ວມສາມັກຄີທຳ ຊຶ່ງກັນແລະ ກັນ, ແລະ ພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງກໍຊຳລະເຮົາ ຈາກຄວາມຜິດບາບທັງສິ້ນ.