lo_1jn_text_ulb_l3/05/13.txt

1 line
979 B
Plaintext

\v 13 ຂ້າພະເຈົ້າຂຽນຂໍ້ຄວາມເຫລົ່ານີ້ເຖິງທ່ານທີ່ເຊື່ອໃນພຣະນາມຂອງພຣະບຸດຂອງພຣະເຈົ້າ ເພື່ອທ່ານຈະໄດ້ຮູ້ວ່າທ່ານມີຊີວິດນິຣັນດອນ. \v 14 ນີ້ແຫລະຄືຄວາມຫມັ້ນໃຈທີ່ເຮົາມີຢູ່ຕໍ່ພຣະອົງ, ຄືຖ້າເຮົາທູນຂໍສິ່ງໃດທີ່ເປັນຕາມພຣະປະສົງຂອງພຣະອົງ, ພຣະອົງກໍຈະຟັງເຮົາ. \v 15 ຖ້າເຮົາຮູ້ວ່າພຣະອົງຟັງເຮົາ ບໍ່ວ່າເຮົາທູນຂໍສິ່ງໃດ - ເຮົາກໍຮູ້ວ່າເຮົາໄດ້ຮັບສິ່ງທີ່ເຮົາທູນຂໍຈາກພຣະອົງນັ້ນ.