lo_1jn_text_ulb_l3/05/01.txt

1 line
1.0 KiB
Plaintext

\c 5 \v 1 ຜູ້ໃດທີ່ເຊື່ອວ່າພຣະເຢຊູເຈົ້າຊົງເປັນພຣະຄຣິດຜູ້ນັ້ນກໍເກີດຈາກພຣະເຈົ້າ, ແລະ ຜູ້ໃດທີ່ຮັກພຣະບິດາຍ່ອມຮັກບຸດທີ່ເກີດຈາກພຣະອົງດ້ວຍ. \v 2 ເພາະເຫດນີ້ເຮົາຈຶ່ງ ຮູ້ວ່າເຮົາຮັກບຸດທັງຫລາຍຂອງພຣະເຈົ້າ: ຄືເມື່ອເຮົາຮັກພຣະເຈົ້າ ແລະ ຖືປະຕິບັດຕາມ ກົດບັນຍັດຂອງພຣະອົງ. \v 3 ເພາະນີ້ເປັນຄວາມຮັກຕໍ່ພຣະເຈົ້າ: ຄືການທີ່ເຮົາປະຕິບັດຕາມພຣະບັນຍັດຂອງພຣະອົງ. ແລະ ພຣະບັນຍັດຂອງພຣະອົງບໍ່ຍາກໜັກເກີນໄປ.