lo_1jn_text_ulb_l3/04/19.txt

1 line
914 B
Plaintext

\v 19 ເຮົາຮັກກໍເພາະພຣະອົງຊົງຮັກເຮົາກ່ອນ. \v 20 ຖ້າຜູ້ໃດວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແຕ່ກຽດຊັງພີ່ນ້ອງຂອງຕົນຢູ່, ຜູ້ນັ້ນກໍເປັນຄົນຂີ້ຕົວະ. ເພາະວ່າຜູ້ທີ່ບໍ່ຮັກພີ່ນ້ອງຂອງຕົນ, ຜູ້ທີ່ເບິ່ງເຫັນໄດ້, ກໍບໍ່ສາມາດຮັກພຣະເຈົ້າ, ທີ່ຕາບໍ່ເຫັນໄດ້. \v 21 ແລະ ນີ້ເປັນພຣະບັນຍັດທີ່ເຮົາໄດ້ຮັບຈາກພຣະອົງ: ຄື “ຜູ້ໃດທີ່ຮັກພຣະເຈົ້າກໍຈົ່ງຮັກພີ່ນ້ອງຂອງຕົນດ້ວຍ.”