lo_1jn_text_ulb_l3/04/17.txt

1 line
925 B
Plaintext

\v 17 ເພາະເຫດນີ້, ຄວາມຮັກນີ້ຖືກເຮັດໃຫ້ສົມບູນທ່າມກາງເຮົາທັງຫລາຍ, ເພື່ອເຮົາທັງຫລາຍຈະໄດ້ມີຄວາມໝັ້ນໃຈໃນວັນພິພາກສາ, ເພາະພຣະອົງຊົງເປັນຢ່າງໃດ ເຮົາທັງຫລາຍໃນໂລກນີ້ກໍເປັນຢ່າງນັ້ນ. \v 18 ໃນຄວາມຮັກນັ້ນບໍ່ມີຄວາມຢ້ານ. ແຕ່ຄວາມຮັກທີ່ສົມບູນກໍຂັບໄລ່ຄວາມຢ້ານອອກໄປເສັຍ, ເພາະຄວາມຢ້ານເຂົ້າກັບການລົງໂທດ. ແຕ່ຜູ້ທີ່ມີຄວາມຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ.