lo_1jn_text_ulb_l3/03/19.txt

1 line
1.1 KiB
Plaintext

\v 19 ດ້ວຍເຫດນີ້ເຮົາຮູ້ວ່າ ເຮົາມາຈາກຄວາມຈິງ, ແລະ ເຮົາໝັ້ນໃຈຕໍ່ໜ້າພຣະອົງ. \v 20 ເພາະຖ້າໃຈຂອງເຮົາກ່າວໂທດຕົວເຮົາ, ພຣະເຈົ້າຊົງຍິ່ງໃຫຍ່ກວ່າໃຈເຮົາ, ແລະ ພຣະອົງກໍຊົງຮູ້ທຸກໆສິ່ງ. \v 21 ທ່ານທີ່ຮັກທັງຫລາຍ, ຖ້າໃຈຂອງເຮົາບໍ່ໄດ້ ກ່າວໂທດເຮົາ, ເຮົາກໍມີຄວາມຫມັ້ນໃຈຕໍ່ພຣະເຈົ້າ. \v 22 ບໍ່ວ່າເຮົາຈະຂໍສິ່ງໃດ ເຮົາ ກໍຈະໄດ້ຮັບຈາກພຣະອົງ, ເພາະເຮົາປະຕິບັດຕາມພຣະບັດຍັດຂອງພຣະອົງ. ແລະ ເຮັດໃນສິ່ງທີ່ເປັນທີ່ພໍພຣະໄທຕໍ່ພຣະພັກພຣະອົງ .