lo_1jn_text_ulb_l3/03/16.txt

1 line
1.1 KiB
Plaintext

\v 16 ດັ່ງນີ້ແຫລະເຮົາຈຶ່ງຮູ້ຈັກຄວາມຮັກ, ເພາະພຣະຄຣິດຊົງຍອມສະຫລະຊີວິດ ຂອງພຣະອົງເພື່ອເຮົາທັງຫລາຍ. ເຮົາຈິ່ງຄວນສະຫລະຊີວິດຂອງເຮົາເພື່ອພີ່ນ້ອງເຊັ່ນກັນ. \v 17 ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້, ເຫັນພີ່ນ້ອງຂອງຕົນຂັດສົນແລ້ວ, ຍັງບໍ່ຍອມມີໃຈເມດຕາຄວາມຮັກຂອງພຣະເຈົ້າຈະດຳລົງຢູ່ໃນຜູ້ນັ້ນໄດ້ຢ່າງໃດ?. \v 18 ລູກທີ່ຮັກຂອງເຮົາເອີຍ, ຢ່າໃຫ້ພວກເຮົາຮັກກັນດ້ວຍຄວາມເວົ້າ, ແລະ ດ້ວຍປາກເທົ່ານັ້ນ, ແຕ່ຈົ່ງຮັກກັນດ້ວຍການກະທຳ ແລະ ດ້ວຍຄວາມຈິງ.