lo_1jn_text_ulb_l3/02/27.txt

1 line
1.3 KiB
Plaintext

\v 27 ສຳລັບທ່ານທັງຫລາຍ, ການຊົງເຈີມທີ່ທ່ານໄດ້ຮັບ ຈາກພຣະອົງກໍຕັ້ງຢູ່ກັບທ່ານ, ແລະ ທ່ານບໍ່ຈຳເປັນມີໃຜມາສອນທ່ານ. ແຕ່ການຊົງເຈີມຂອງພຣະອົງນັ້ນຈະສອນທຸກສິ່ງແກ່ທ່ານ ແລະ ເປັນຄວາມຈິງບໍ່ແມ່ນຄວາມຕົວະ ແລະ ຈົ່ງຕັ້ງໝັ້ນຄົງຢູ່ ໃນພຣະອົງຕາມທີ່ທ່ານຖືກສອນນັ້ນ. \v 28 ບັດນີ້, ລູກທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງ, ເພື່ອວ່າເມື່ອພຣະອົງປາກົດເຮົາຈະໄດ້ມີໃຈກ້າ ແລະ ບໍ່ລະອາຍ ເມື່ອພຣະອົງສະເດັດມານັ້ນ. \v 29 ຖ້າທ່ານຮູ້ວ່າພຣະອົງຊົງທ່ຽງທຳ, ທ່ານກໍຮູ້ວ່າທຸກຄົນທີ່ປະຕິບັດຕາມຄວາມທ່ຽງທຳໄດ້ບັງເກີດມາຈາກພຣະອົງດ້ວຍ.