lo_1jn_text_ulb_l3/02/01.txt

1 line
1019 B
Plaintext

\c 2 \v 1 ລູກນ້ອຍເອີຍ, ຂ້າພະເຈົ້າຂຽນຂໍ້ຄວາມເຫຼົ່ານີ້ມາເຖິງທ່ານທັງຫລາຍເພື່ອທ່ານຈະບໍ່ໄດ້ເຮັດບາບ. ແຕ່ຖ້າມີຜູ້ໃດເຮັດບາບ, ເຮົາກໍມີອົງພຣະເຢຊູຄຣິດເຈົ້າ ຜູ້ຊົງທ່ຽງທຳທີ່ສະຖິດຢູ່ກັບພຣະບິດາເຈົ້າ. \v 2 ພຣະອົງຊົງເປັນຜູ້ລົບລ້າງບາບຂອງເຮົາ, ແລະ ບໍ່ແມ່ນແຕ່ບາບຂອງເຮົາເທົ່ານັ້ນ, ແຕ່ສຳລັບຄົນທັງໂລກດ້ວຍ. \v 3 ດ້ວຍເຫດນີ້ເຮົາຮູ້ວ່າເຮົາຮູ້ຈັກພຣະອົງ: ຖ້າຫາກເຮົາປະຕິບັດຕາມກົດບັນຍັດຂອງພຣະອົງ.