lo_1co_tn_l3/15/35.txt

30 lines
3.8 KiB
Plaintext

[
{
"title": "ຂໍ້ມູນເຊື່ອຕໍ່",
"body": "ໂປໂລໃຫ້ບາງຢ່າງທີ່ສະເພາະເຈາະຈົງເລື່ອງການເປັນຄືນມາຂອງຮ່າງກາຍຜູ້ທີ່ເຊື່ອວ່າຈະເກີດຂຶ້ນຢ່າງໃດ. ທ່ານໃຫ້ພາບຂອງຮ່າງກາຍຝ່າຍທຳມະຊາດແລະກາຍຝ່າຍຈິດວິນຍານ ແລະປຽບທຽບກັບມະນຸດຄົນທຳອິດຄືອາດາມກັບອາດາມຄົນສຸດທ້າຍຄື, ພຣະຄຣິດ."
},
{
"title": "ແຕ່ຈະມີບາງຄົນເວົ້າວ່າ, “ຄົນຕາຍຖືກເຮັດໃຫ້ເປັນຄືນມາຢ່າງໃດ? ແລະພວກເຂົາຈະມາດ້ວຍຮ່າງກາຍແບບໃດ?",
"body": "ອາດຈະມີຄວາມໝາຍວ່າ 1) ບຸກຄົນນັ້ນກຳລັງຖາມຢ່າງຈິງໃຈ ຫລື 2) ບຸກຄົນນັ້ນກຳລັງໃຊ້ຄຳຖາມນີ້ເພື່ອເຢາະເຢີ້ຍຄວາມຄິດເລື່ອງການເປັນຄືນມາ. ແປອີກຢ່າງໜຶ່ງວ່າ: “ແຕ່ບາງຄົນຈະເວົ້າວ່າພວກເຂົາບໍ່ສາມາດຈິນຕະນາການໄດ້ວ່າພຣະເຈົ້າຈະເຮັດໃຫ້ຄົນຕາຍເປັນຄືນມາຢ່າງໃດ, ແລະພຣະເຈົ້າຈະຊົງປະທານໃຫ້ຮ່າງກາຍທີ່ເປັນຄືນມານັ້ນເປັນຢ່າງໃດ.“ (ເບິ່ງ: figs_rquestion)"
},
{
"title": "ບາງຄົນຈະເວົ້າວ່າ",
"body": "“ບາງຄົນຈະຖາມ“"
},
{
"title": "ພວກເຂົາຈະມາໃນຮ່າງກາຍແບບໃດ",
"body": "ນັ້ນຄື, ມັນເປັນຮ່າງກາຍຝ່າຍກາຍ ຫລືເປັນຮ່າງກາຍຝ່າຍວິນຍານບໍ? ຮ່າງກາຍຈະມີຮູບຮ່າງແນວໃດ? ຮ່າງກາຍຈະຖືກເຮັດດ້ວຍຫຍັງ? ແປໂດຍໃຊ້ຄຳຖາມທຳມະດາທົ່ວໄປທີ່ຄົນມັກໃຊ້ ບາງຄົນຢາກຮູ້ຄຳຕອບຂອງຄຳຖາມເຫລົ່ານີ້ທີ່ຈະຖາມ."
},
{
"title": "ໂອຄົນໂງ່ເອີຍ! ສິ່ງທີ່ທ່ານຫວ່ານນັ້ນ",
"body": "ໂປໂລກຳລັງກ່າວກັບຊາວເມືອງໂກຣິນໂທ ເໝືອນກັບພວກເຂົາເປັນເໝືອນບຸກຄົນຄົນດຽວກັນ, ດັ່ງນັ້ນຄຳວ່າຂອງ “ທ່ານ“ທີ່ປາກົດໃນຮູບແບບເອກະພົດ. (ເບິ່ງ: figs_you)"
},
{
"title": "ໂອຄົນໂງ່",
"body": "“ທ່ານບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ“"
},
{
"title": "ສິ່ງທີ່ທ່ານຫວ່ານນັ້ນຖ້າບໍ່ຕາຍກ່ອນກໍ່ຈະບໍ່ງອກຂຶ້ນໃໝ່",
"body": "ເມັດຈະບໍ່ງອກຂຶ້ນຖ້າບໍ່ຖືກຝັງລົງໃນດິນກ່ອນ. ໃນລັກສະນະດຽວກັນ, ຄົນເຮົາຕ້ອງຕາຍກ່ອນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ພວກເຂົາເປັນຄືນມາ. (ເບິ່ງ: figs_metaphor)"
}
]