lo_1co_tn_l3/09/24.txt

30 lines
4.3 KiB
Plaintext

[
{
"title": "ຂໍ້ມູນເຊື່ອມຕໍ່:",
"body": "ໂປໂລອະທິບາຍວ່າເພິ່ນໃຊ້ເສຣີພາບທີ່ເພິ່ນມີໃນພຣະຄຣິດເພື່ອຝຶກຝົນຕົນເອງ."
},
{
"title": "ທ່ານບໍ່ຮູ້ບໍ່ວ່າພວກທີ່ແລ່ນແຂ່ງນັ້ນຕ້ອງແລ່ນນຳກັນທຸກຄົນ, ແຕ່ມີພຽງຄົນດຽວໄດ້ຮັບລາງວັນ?",
"body": "ໂປໂລກຳລັງເຕືອນຊາວເມືອງໂກຣິນໂທເຖິງສິ່ງທີ່ພວກເຂົາຮູ້ເພື່ອວ່າເພິ່ນຈະສາມາດເພີ່ມເຕີມຄວາມຮູ້ໃຫມ່. \"ໃຫ້ຂ້າພະເຈົ້າເຕືອນທ່ານວ່າ ເຖິງແມ່ນວ່າທຸກຄົນແລ່ນແຂ່ງຂັນ, ມີພຽງຄົນດຽວທີ່ຈະໄດ້ຮັບລາງວັນ.\" (ເບິ່ງ: figs_rquestion)"
},
{
"title": "ແລ່ນແຂ່ງ",
"body": "ໂປໂລປຽບທຽບການດຳເນີນຊີວິດຄຣິສະຕຽນແລະການເຮັດພັນທະກິດເພື່ອພຣະເຈົ້າກັບການແລ່ນແຂ່ງແລະການເປັນນັກກິລາ. ໃນການແຂ່ງຂັນ, ຊີວິດຄຣິສະຕຽນແລະການທຳງານທີ່ຕ້ອງການວິໄນທີ່ເຂັ້ມງວດທີ່ເປັນສ່ວນຂອງນັກແລ່ນແຂ່ງ, ແລະ, ໃນການແຂ່ງຂັນ, ຄຣິສະຕຽນມີເປົ້າຫມາຍສະເພາະ. (ເບິ່ງ: gs_metaphor)"
},
{
"title": "ແລ່ນເພື່ອຊີງລາງວັນ",
"body": "ໂປໂລກຳລັງກ່າວເຖິງລາງວັນທີ່ພຣະເຈົ້າຈະໃຫ້ແກ່ຄົນທັງຫລາຍທີ່ສັດຊື່ ເປັນເຫມືອນລາງວັນທີ່ມອບໃຫ້ກັບນັກກິລາທີ່ແຂ່ງຂັນ. (ເບິ່ງ: figs_metaphor)"
},
{
"title": "ມົງກຸດໃບໄມ້ທີ່ຫ່ຽວແຫ້ງໄດ້... ມົງກຸດທີ່ບໍ່ມີມື້ຫ່ຽວແຫ້ງ",
"body": "ມົງກຸດໃບໄມ້ເປັນຊໍ່ຂອງໃບທີ່ບິດເຂົ້າກັນ.ມົງກຸດໃບໄມ້ຖືກມອບໃຫ້ເປັນລາງວັນແກ່ນັກກິລາຜູ້ຊະນະການແຂ່ງຂັນ. ໂປໂລກ່າວເຖິງຊີວິດນິຣັນດອນວ່າເປັນເຫມືອນມົງກຸດໃບໄມ້ທີ່ບໍ່ຫ່ຽວແຫ້ງ. (ເບິ່ງ:figs_metaphor)"
},
{
"title": "ຂ້າພະເຈົ້າບໍ່ໄດ້ແລ່ນໂດຍບໍ່ມີເປົ້າຫມາຍ",
"body": "\"ຂ້າພະເຈົ້າຮູ້ເປັນຢ່າງດີວ່າເປັນຫຍັງຂ້າພະເຈົ້າຈຶ່ງກຳລັງແລ່ນ, ແລະກໍ່ຮູ້ວ່າຂ້າພະເຈົ້າກຳລັງເຮັດຫຍັງໃນເປົ້າຫມາຍນັ້ນ.\" (ເບິ່ງ: figs_doublenegatives)\n"
},
{
"title": "ຂ້າພະເຈົ້າຈະເປັນຄົນທີ່ໃຊ້ການບໍ່ໄດ້ເສຍເອງ",
"body": "ປະໂຫຍກຮູບແບບຖືກເຮັດໃຫ້ສາມາດຂຽນໃຫມ່ໃນຮູບແບບປົກະຕິທົ່ວໄປໄດ້. ແປອີກຢ່າງຫນຶ່ງວ່າ: \"ຜູ້ພິພາກສາ\" ຈະເວົ້າວ່າຂ້າພະເຈົ້າເຊື່ອຟັງກົດລະບຽບ.\" ໃນກໍຣະນີນີ້ \"ຜູ້ພິພາກສາ\" ຜູ້ທີ່ຈະເຮັດໃຫ້ໂປໂລເຫມາະສົມ, ປຽບທຽບວ່າເປັນພຣະເຈົ້າ. (ເບິ່ງ: figs_activepassive ແລະ figs_doublenegatives ແລະ figs_metaphor)"
}
]