lo_1co_tn_l3/04/08.txt

22 lines
2.6 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໂປໂລໃຊ້ຄຳເວົ້າຖາກຖາງນີ້ເພື່ອເຮັດໃຫ້ຊາວເມືອງໂກຣິນໂທລະອາຍແລະເຮັດໃຫ້ພວກເຂົາຮັບຮູ້ວ່າພວກເຂົາກຳລັງເຮັດບາບໃນຄວາມພາກພູມໃຈໃນຕົວພວກເຂົາເອງແລະຄຣູຂອງພວກເຂົາ. (ເບິ່ງ: figs_irony)"
},
{
"title": "ພຣະເຈົ້າຊົງແຕ່ງຕັ້ງພວກເຮົາເຊິ່ງເປັນພວກອັກຄະສາວົກໃຫ້ປາກົດ",
"body": "ໂປໂລໄດ້ສະແດງໃຫ້ເຫັນລັກສະນະສອງຢ່າງທີ່ພຣະເຈົ້າຊົງແຕ່ງຕັ້ງອັກຄະສາວົກຂອງພຣະອົງໃຫ້ປາກົດແກ່ໂລກນີ້. (ເບິ່ງ: figs_parallelism)"
},
{
"title": "ຊົງແຕ່ງຕັ້ງພວກເຮົາເຊິ່ງເປັນອັກຄະສາວົກໃຫ້ປາກົດ",
"body": "ພຣະເຈົ້າໄດ້ເຮັດໃຫ້ຖານະອັກຄະສາວົກປາກົດເຫມືອນນັກໂທດໃນຕອນທ້າຍຂະບວນແຫ່ຂອງທະຫານໂຣມ, ມັນເປັນຄວາມອັບອາຍກ່ອນທີ່ຈະຖືກປະຫານຊີວິດ. (ເບິ່ງ: figs_metaphor)"
},
{
"title": "ເຫມືອນກັບຜູ້ທີ່ຖືກຕັດສິນປະຫານຊີວິດ",
"body": "ພຣະເຈົ້າຊົງແຕ່ງຕັ້ງໃຫ້ອັກຄະສາວົກປາກົດເຫມືອນຄົນທີ່ຈະຖືກປະຫານຊີວິດ. (ເບິ່ງ: figs_metaphor)"
},
{
"title": "ຕໍ່ໂລກ - ຕໍ່ພວກທູດສະຫວັນ, ແລະຕໍ່ມະນຸດທັງປວງ",
"body": "ໃນທີ່ນີ້ອາດມີຄວາມຫມາຍ 1) \"ໂລກ\" ປະກອບດ້ວຍສ່ວນທີ່ເຫນືອທັມະຊາດ (ທູດສະຫວັນ) ແລະທັມະຊາດ (\"ມະນຸດ\") ຫລື 2) ບັນຊີລາຍຊື່ປະກອບມີສາມຢ່າງຄື \"ຕໍ່ໂລກ, ຕໍ່ພວກທູດສະຫວັນ, ແລະມະນຸດທັງປວງ.\" (ເບິ່ງ: figs_merism)"
}
]