[ { "title": "ຂໍ້ມູນເຊື່ອມຕໍ່", "body": "ໂປໂລຍັງສືບຕໍ່ສອນພວກເຂົາໃຫ້ຮັກສາຕົວໃຫ້ບໍຣິສຸດແລະຢູ່ຫ່າງໄກຈາກການຮັບຖືຮູບເຄົາຣົບແລະການຜິດສິນລະທຳເໝືອນທີ່ທ່ານກ່າວກ່ຽວກັບມະຫາສະນິດ, ຊຶ່ງສະແດງເຖິງໂລຫິດແລະກາຍພຣະຄຣິດ." }, { "title": "ຫລີກໜີຈາກການຂາບໄຫວ້ຮູບເຄົາຣົບ", "body": "ໂປໂລກຳລັງກ່າວເຖິງການນະມັດສະການຮູບເຄົາຣົບວ່າ ໂດຍກາຍຍະພາບແລ້ວເປັນເໝືອນສັດທີ່ອັນຕະລາຍ. ແປອີກຢ່າງໜຶ່ງວ່າ: “ທ່ານທັງຫລາຍຫລີກໜີຈາກການນະມັດສະການຮູບເຄົາຣົບໄດ້“ (ເບິ່ງ: figs_metaphor)" }, { "title": "ຈອກແຫ່ງພຣະພອນ", "body": "ໂປໂລກຳລັງກ່າວເຖິງພຣະພອນຂອງພຣະເຈົ້າຜ່ານທາງເຫລົ້າອະງຸ່ນໃນຈອກທີ່ຖືກໃຊ້ໃນງານລ້ຽງຂອງອົງພຣະຜູ້ເປັນເຈົ້າ. (ເບິ່ງ: figs_metaphor)" }, { "title": "ທີ່ເຮົາໄດ້ໃຫ້ພອນນັ້ນ", "body": "“ສຳລັບການທີ່ເຮົາຂອບຄຸນພຣະເຈົ້າ“" }, { "title": "ມັນບໍ່ແມ່ນການໄດ້ເຂົ້າສ່ວນຮ່ວມໃນໂລຫິດຂອງພຣະຄຣິດບໍ?", "body": "ໂປໂລກຳລັງເຕືອນຊາວເມືອງໂກຣິນໂທເຖິງສິ່ງທີ່ພວກເຂົາໄດ້ຮູ້ແລ້ວ, ວ່າຈອກເຫລົ້າອະງຸ່ນທີ່ເຮົາໄດ້ມີສ່ວນຮ່ວມສະແດງເຖິງຕົວເຮົາໃນການມີສ່ວນຮ່ວມໃນໂລຫິດຂອງພຣະຄຣິດ. ແປອີກຢ່າງໜຶ່ງວ່າ: “ເຮົາເຂົ້າມີສ່ວນຮ່ວມໃນໂລຫິດພຣະຄຣິດ.“ (UDB) (ເບິ່ງ: figs_rquestion)" }, { "title": "ເຂົ້າຈີ່ທີ່ເຮົາຫັກອອກ, ເຮັດໃຫ້ເຮົາໄດ້ເຂົ້າສ່ວນໃນພຣະກາຍຂອງພຣະຄຣິດບໍ່ແມ່ນບໍ?", "body": "ໂປໂລກຳລັງເຕືອນຊາວເມືອງໂກຣິນໂທເຖິງສິ່ງທີ່ພວກເຂົາໄດ້ຮູ້ແລ້ວ. ແປອີກຢ່າງໜຶ່ງວ່າ: “ເຮົາເຂົ້າມີສ່ວນຮ່ວມໃນພຣະກາຍຂອງພຣະຄຣິດເມື່ອເຮົາເຂົ້າມີສ່ວນຮ່ວມໃນເຂົ້າຈີ່.“ (UDB) (ເບິ່ງ: figs_rquestion)" }, { "title": "ເຂົ້າສ່ວນໃນ", "body": "“ເຂົ້າມີສ່ວນໃນ“ ຫລື “ການເຂົ້າມີສ່ວນຮ່ວມຢ່າງເທົ່າທຽມກັນກັບຄົນອື່ນໆໃນ“" }, { "title": "ເຂົ້າຈີ່ກ້ອນດຽວ", "body": "ເຂົ້າຈີ່ກ້ອນດຽວທີ່ຖືກຊອຍອອກ ຫລືຫັກອອກເປັນອັນໆກ່ອນທີ່ຈະຖືກກິນ" } ]