[ { "title": "ຂໍ້ມູນເຊື່ອຕໍ່", "body": "ໂປໂລເຕືອນພວກເຂົາເຖິງຕົວຢ່າງຂອງບັນພະບຸຣຸດຂອງພວກຢິວບູຮານ ປະສົບກັບການຜິດສິນລະທຳການຂາບໄຫວ້ພະທຽມ." }, { "title": "ບັນພະບຸຣຸດຂອງເຮົາ", "body": "ໂປໂລກຳລັງໝາຍເຖິງເວລາຂອງໂມເຊໃນພຣະທັມອົບພະຍົບ ເມື່ອອິດສະຣາເອນຂ້າມທະເລແດງໃນຂະນະທີ່ທະຫານເອຢິບໄລ່ຕາມມາ. ຄຳວ່າ “ຂອງເຮົາ“ ໝາຍເຖິງຕົວເພິ່ນເອງແລະລວມທັງຊາວເມືອງໂກຣິນໂທທັງຫລາຍ. (ເບິ່ງ: figs_inclusive)" }, { "title": "ຍ່າງຜ່ານທະເລ", "body": "ທະເລນີ້ເປັນທີ່ຮູ້ຈັກໂດຍສອງຊື່ຄື, ທະເລແດງແລະທະເລຕົ້ນກົກ" }, { "title": "ຍ່າງຜ່ານ", "body": "“ຍ່າງຜ່ານ“ ຫລື “ເດີນທາງຜ່ານ“" }, { "title": "ທຸກຄົນໄດ້ຮັບບັບຕິສະມາເຂົ້າສ່ວນກັບໂມເຊ", "body": "“ທຸກຄົນທີ່ໄດ້ຕິດຕາມແລະຖືກມອບໃຫ້ແກ່ໂມເຊ“" }, { "title": "ໃນເມກ", "body": "ເມກສະແດງເຖິງການປະທັບຢູ່ດ້ວຍຂອງພຣະເຈົ້າ ແລະການຊົງນຳອິດສະຣາເອນໃນເວລາກາງເວັນ" }, { "title": "ດື່ມນຳ້ຝ່າຍວິນຍານຢ່າງດຽວກັນ... ສີລາຝ່າຍວິນຍານ", "body": "“ດື່ມນຳ້ຢ່າງດຽວກັບທີ່ພຣະເຈົ້າຊົງໃຫ້ໄຫລອອກຢ່າງເໜືອທຳມະຊາດຈາກກ້ອນຫີນ... ກ້ອນຫີນເໜືອທຳມະຊາດ“" }, { "title": "ສີລານັ້ນແມ່ນພຣະຄຣິດ", "body": "“ສີລາ“ ຕາມຕົວອັກສອນ, ກໍ່ຄືກ້ອນຫີນ, ທີ່ດີທີ່ສຸດ, ໃນການແປຕົວອັກສອນນີ້. ຖ້າພາສາຂອງທ່ານບໍ່ສາມາດກ່າວຄຳວ່າກ້ອນຫີນ“ເໝືອນ“ ຊື່ບຸກຄົນ, ໃຫ້ໃຊ້ຄຳວ່າ “ກ້ອນຫີນ“ ເປັນຄຳອະທິບາຍສຳລັບອຳນາດຂອງພຣະຄຣິດທີ່ເຮັດພັນທະກິດຜ່ານທາງກ້ອນຫີນ. ແປອີກຢ່າງໜຶ່ງວ່າ: “ເໝືອນພຣະຄຣິດຜູ້ທີ່ເຮັດພັນທະກິດຜ່ານກ້ອນຫີນນັ້ນ“ (ເບິ່ງ: figs_metonymy)" } ]