[ { "title": "ຂໍ້ມູນເຊື່ອມຕໍ່", "body": "ດຽວນີ້ໂປໂລເຕືອນຜູ້ທີ່ເຊື່ອຊາວເມືອງໂກຣິນໂທວ່າ ເຂົາຈະດຳຣົງຊີວິດຈິງແນວໃດ ແທນການປະພຶດໃນຕຳແຫນ່ງຕໍ່\nຫນ້າພຣະເຈົ້າ. ເພິ່ນເຕືອນເຂົາທັງຫລາຍວ່າບຸກຄົນທີ່ສອນນັ້ນບໍ່ສຳຄັນເທົ່າກັບພຣະເຈົ້າຜູ້ຊົງກະທຳໃຫ້ພວກເຂົາເຕີບໃຫຍ່." }, { "title": "ພີ່ນ້ອງທັງຫລາຍ", "body": "ໃນທີ່ນີ້ຫມາຍເຖິງຄຣິສະຕຽນ, ທັງຊາຍແລະຍິງ." }, { "title": "ພວກທີ່ຢູ່ຝ່າຍວິນຍານ", "body": "ຜູ້ທີ່ເຊື່ອໃນພຣະວິນຍານ" }, { "title": "ພວກທີ່ຢູ່ຝ່າຍເນື້ອຫນັງ", "body": "ຜູ້ທີ່ດຳເນີນຊີວິດຕາມຄວາມຕ້ອງການຂອງຕົນເອງ" }, { "title": "ເຫມືອນກັບເດັກນ້ອຍໃນພຣະຄຣິດ", "body": "ຊາວເມືອງໂກຣິນໂທຖືກປຽບທຽບເປັນເຫມືອນເດັກນ້ອຍໃນດ້ານອາຍຸແລະຄວາມເຂົ້າໃຈ. ແປອີກຢ່າງຫນຶ່ງວ່າ: \"ເປັນຜູ້ທີ່ຫາກໍ່ເຊື່ອໃນພຣະຄຣິດ\" (ເບິ່ງ: figs_metaphor)" }, { "title": "ຂ້າພະເຈົ້າລ້ຽງພວກທ່ານດ້ວຍນ້ຳນົມບໍ່ແມ່ນດ້ວຍອາຫານແຂງ", "body": "ຊາວເມືອງໂກຣິນໂທສາມາດເຂົ້າໃຈຄວາມຈິງງ່າຍໆ ເຫມືອນເດັກນ້ອຍທີ່ສາມາດກິນໄດ້ພຽງແຕ່ນົມເທົ່ານັ້ນ. ພວກເຂົາບໍ່ແມ່ນຜູ້ໃຫຍ່ພໍທີ່ຈະເຂົ້າໃຈຄວາມຈິງທີ່ຍິ່ງໃຫຍ່ກວ່າ ຄືກັບຜູ້ໃຫຍ່ທີ່ສາມາດກິນອາຫານແຂງໄດ້. (ເບິ່ງ: figs_metaphor)\n" }, { "title": "ທ່ານທັງຫລາຍບໍ່ພ້ອມ", "body": "\"ທ່ານທັງຫລາຍບໍ່ພ້ອມທີ່ຈະເຂົ້າໃຈໃນຄຳສອນທີ່ຍາກກ່ຽວກັບການຕິດຕາມພຣະຄຣິດ\" (ເບິ່ງ: figs_explicit)" } ]