[ { "title": "ທ່ານບໍ່ສາມາດທີ່ຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າແລະດື່ມຈາກຈອກຂອງຜີມານໄດ້", "body": "ໂປໂລກ່າວເຖິງບຸກຄົນທີ່ດື່ມຈາກຈອກດຽວກັນກັບຜີມານຮ້າຍເປັນເຫດຜົນວ່າຄົນນັ້ນເປັນເພື່ອນຂອງຜີມານ. ແປອີກຢ່າງໜຶ່ງວ່າ: \"ມັນເປັນໄປບໍ່ໄດ້ທີ່ທ່ານຈະເປັນເພື່ອນທີ່ແທ້ຈິງທັງກັບອົງພຣະຜູ້ເປັນເຈົ້າແລະກັບຜີມານ\" (ເບິ່ງ: figs_metonymy)" }, { "title": "ທ່ານບໍ່ສາມາດຮ່ວມໂຕ໊ະຂອງອົງພຣະຜູ້ເປັນເຈົ້າແລະໂຕ໊ະຂອງຜີມານໄດ້", "body": "\"ເປັນໄປບໍ່ໄດ້ສຳລັບທ່ານທີ່ຈະເປັນໜຶ່ງດຽວຢ່າງແທ້ຈິງກັບປະຊາກອນຂອງອົງພຣະຜູ້ເປັນເຈົ້າແລະຂອງຜີມານດ້ວຍ\"" }, { "title": "ຫລືເຮົາຈະຢົ້ວອົງພຣະຜູ້ເປັນເຈົ້າໃຫ້ຫຶງຫວງບໍ?", "body": "ໂປໂລຕ້ອງການໃຫ້ຊາວເມືອງໂກຣິນໂທຕອບຄຳຖາມນີ້ໃນໃຈຂອງພວກເຂົາ. ແປອີກຢ່າງໜຶ່ງວ່າ: \"ທ່ານຄວນຮູ້ໂດຍທີ່ຂ້າພະເຈົ້າບໍ່ຕ້ອງບອກທ່ານວ່າມັນເປັນການບໍ່ຖືກຕ້ອງທີ່ຈະເຮັດໃຫ້ອົງພຣະຜູ້ເປັນເຈົ້າຫຶງຫວງ.\"" }, { "title": "ຢົ້ວ", "body": "ເຮັດໃຫ້ຮ້າຍ ຫລື ເຮັດໃຫ້ລະຄາຍເຄືອງ" }, { "title": "ເຮົາມີກຳລັງຫລາຍກວ່າພຣະອົງຫລື?", "body": "ໂປໂລຕ້ອງການໃຫ້ຊາວເມືອງໂກຣິນໂທຕອບຄຳຖາມນີ້ໃນໃຈຂອງພວກເຂົາ. ແປອີກຢ່າງໜຶ່ງວ່າ: \"ທ່ານຄວນຮູ້ໂດຍບໍ່ຕ້ອງໃຫ້ຂ້າພະເຈົ້າບອກທ່ານວ່າເຮົາບໍ່ໄດ້ແຂງແຮງກວ່າພຣະເຈົ້າ.\" (ເບິ່ງ: \nfigs_rquestion)" } ]