[ { "title": "ດັ່ງນັ້ນຖ້າທ່ານຕ້ອງຕັດສິນຄະດີຕ່າງໆທີ່ກ່ຽວກັບຊີວິດປະຈຳວັນ, ເປັນຫຍັງທ່ານຈຶ່ງພິຈາລະນາຄະດີດັ່ງກ່າວຕໍ່ໜ້າຜູ້ທີ່ບໍ່ໄດ້ຢູ່ໃນຄຣິດຕະຈັກ?", "body": "ຄວາມໝາຍທີ່ເປັນໄປໄດ້ແມ່ນ 1) ນີ້ແມ່ນສຳນວນຄຳຖາມ (UDB) ຫລື 2) ນີ້ເປັນປະໂຫຍກ, \"ເມື່ອໃນອາດີດທ່ານໄດ້ແກ້ໄຂເລື່ອງຕ່າງໆທີ່ສຳຄັນໃນຊີວິດນີ້, ທ່ານບໍ່ໄດ້ມອບເລື່ອງຄວາມຂັດແຍ້ງລະຫວ່າງຄຣິດສະຕຽນໃຫ້ຜູ້ທີ່ບໍ່ເຊື່ອແກ້ໄຂ\" ຫລື 3) ນີ້ແມ່ນຄຳສັ່ງ, \"ເມື່ອທ່ານແກ້ໄຂເລື່ອງຕ່າງໆທີ່ສຳຄັນໃນຊີວິດນີ້, ກັບຄົນເຫລົ່ານັ້ນແມ່ນວ່າພວກເຂົາບໍ່ໄດ້ຢູ່ໃນຄຣິດຕະຈັກ ທີ່ທ່ານຄວນຈະວາງມືຈາກການແກ້ໄຂ\" (ເບິ່ງ: figs_rquestion)" }, { "title": "ດັ່ງນັ້ນຖ້າທ່ານຕ້ອງຕັດສິນຄະດີຕ່າງໆທີ່ກ່ຽວກັບຊີວິດປະຈຳວັນ", "body": "\"ຖ້າທ່ານຖືກເອີ້ນໃຫ້ຕັດສິນໃຈໃນເລື່ອງທີ່ກ່ຽວກັບຊີວິດປະຈຳວັນ\" ຫລື \"ຖ້າທ່ານຕ້ອງແກ້ໄຂເລື່ອງທີ່ສຳຄັນໃນຊີວິດນີ້“\" (UDB)" }, { "title": "ເປັນຫຍັງທ່ານວາງຄະດີຕ່າງໆ", "body": "\"ທ່ານບໍ່ຄວນວາງຄະດີຕ່າງໆ\" (ເບິ່ງ: figs_rquestion)" }, { "title": "ຄົນເຫລົ່ານັ້ນ ຜູ້ທີ່ບໍ່ໄດ້ຢູ່ໃນຄຣິດຕະຈັກ", "body": "ໂປໂລກຳລັງຕຳໜິຊາວເມືອງໂກຣິນໂທເພາະວິທີການທີ່ພວກເຂົາແກ້ໄຂຄະດີຕ່າງໆ. ຄວາມໝາຍທີ່ເປັນໄປໄດ້ແມ່ນ 1) \"ທ່ານຄວນຢຸດການມອບຄະດີຕ່າງໆ ແກ່ຜູ້ທີ່ຢູ່ນອກຄຣິດຕະຈັກ\" ຫລື 2) \"ທ່ານສາມາດມອບຄະດີຕ່າງໆ ໃຫ້ກັບສະມາຊິກຄຣິສຕະຈັກຜູ້ທີ່ບໍ່ໄດ້ຮັບການຍອມຮັບເປັນຢ່າງດີຈາກສະມາຊິກຜູ້ທີ່ເຊື່ອທັງຫລາຍ\" (ເບິ່ງ: figs_rquestion)" }, { "title": "ໃຫ້ທ່ານອັບອາຍ", "body": "\"ຕໍ່ການເສຍຊື່ສຽງຂອງທ່ານ\" ຫລື \"ເພື່ອສະແດງເຖິງຄວາມລົ້ມເຫລວຂອງທ່ານໃນເລື່ອງນີ້\" (UDB)" }, { "title": "ບໍ່ມີຜູ້ໃດໃນພວກທ່ານມີປັນຍາພໍທີ່ຈະແກ້ໄຂຂໍ້ຂັດແຍ້ງລະຫວ່າງພີ່ນ້ອງທັງຫລາຍບໍ?", "body": "ໂປໂລເຮັດໃຫ້ຊາວເມືອງໂກຣິນໂທອັບອາຍ. ແປອີກຢ່າງໜຶ່ງວ່າ: \"ທ່ານຄວນລະອາຍທີ່ທ່ານບໍ່ສາມາດຫາຜູ້ທີ່ເຊື່ອທີ່ສະຫລາດ ທີ່ຈະມາແກ້ໄຂຂໍ້ຂັດແຍ້ງລະຫວ່າງຜູ້ທີ່ເຊື່ອທັງຫລາຍ\" (ເບິ່ງ: figs_rquestion)" }, { "title": "ພີ່ນ້ອງທັງຫລາຍ", "body": "ໃນທີ່ນີ້ໝາຍເຖິງຄຣິດສະຕຽນ,​ ທັງຊາຍແລະຍິງ." }, { "title": "ຄວາມຂັດແຍ້ງ", "body": "\"ການໂຕ້ຖຽງ\" ຫລື \"ຄວາມບໍ່ເຫັນດີ\"" }, { "title": "ແຕ່ກາຍເປັນວ່າ", "body": "\"ແຕ່ຫົນທາງມັນແມ່ນດຽວນີ້\" ຫລື \"ແຕ່ແທ່ນທີ່\" (UDB)" }, { "title": "ຜູ້ທີ່ເຊື່ອຄົນໜຶ່ງໄປຟ້ອງຜູ້ທີ່ເຊື່ອອີກຄົນຕໍ່ສານ, ແລະຄະດີນັ້ນກໍ່ຖືກຍື່ນໃຫ້ຜູ້ພິພາກສາທີ່ບໍ່ໄດ້ເປັນຜູ້ເຊື່ອ", "body": "\"ຜູ້ທີ່ເຊື່ອທີ່ມີຄວາມຂັດແຍ້ງກັບຜູ້ທີ່ເຊື່ອຄົນອື່ນ ຂໍໃຫ້ຜູ້ພິພາກສາທີ່ບໍ່ເຊື່ອໃຫ້ຕັດສິນຄວາມໃຫ້ພວກເຂົາ\"" }, { "title": "ຄະດີນັ້ນກໍ່ຖືກຍື່ນໃຫ້", "body": "\"ຜູ້ທີ່ເຊື່ອຄົນໜຶ່ງຍື່ນເລື່ອງນັ້ນ\" (ເບິ່ງ: figs_activepassive)" } ]