[ { "title": "ຂໍ້ມູນເຊື່ອມຕໍ່", "body": "ໂປໂລເຕືອນຜູ້ທີ່ເຊື່ອຊາວເມືອງໂກຣິນໂທວ່າພຣະເຈົ້າຕ້ອງການໃຫ້ພວກເຂົາບໍຣິສຸດເພາະວ່າພຣະຄຣິດໄດ້ຊື້ພວກເຂົາໂດຍການສິ້ນພຣະຊົນຂອງພຣະອົງ. ຮ່າງກາຍຂອງພວກເຂົາເປັນວິຫານຂອງພຣະເຈົ້າ. ທ່ານໄດ້ເຮັດໂດຍການກ່າວເຖິງສິ່ງທີ່ຊາວເມືອງໂກຣິນໂທຄວນເວົ້າແລະເຕືອນສອນພວກເຂົາ." }, { "title": "ຂ້າພະເຈົ້າເຮັດທຸກສິ່ງໄດ້", "body": "ໃນທີ່ນີ້ອາດມີຄວາມໝາຍ 1) ໂປໂລກຳລັງຕອບໃນບາງສິ່ງທີ່ຊາວເມືອງໂກຣິນໂທຄວນຄິດ, “ບາງຄົນກ່າວວ່າ“ ຂ້າພະເຈົ້າສາມາດເຮັດຫຍັງກໍ່ໄດ້“ ຫລື 2) ໂປໂລກຳລັງກ່າວຢ່າງປົກກະຕິໃນສິ່ງທີ່ເພິ່ນຄິດວ່າຖືກຕ້ອງ, ພຣະເຈົ້າອະນຸຍາດໃຫ້ຂ້າພະເຈົ້າເຮັດຫຍັງກໍ່ໄດ້“" }, { "title": "ແຕ່ບໍ່ແມ່ນທຸກສິ່ງຈະເປັນປະໂຫຍດ", "body": "ໂປໂລກຳລັງຕອບຜູ້ໃດກໍ່ຕາມທີ່ເວົ້າວ່າ, “ຂ້າພະເຈົ້າເຮັດທຸກສິ່ງໄດ້“ ແປອີກຢ່າງໜຶ່ງວ່າ: “ແຕ່ບໍ່ແມ່ນທຸກສິ່ງຈະເປັນປະໂຫຍດ“" }, { "title": "ຂ້າພະເຈົ້າຈະບໍ່ໄດ້ຖືກບົງການໂດຍສິ່ງໃດໆ ເຫລົ່ານັ້ນ", "body": "ປະໂຫຍກນີ້ສາມາດຂຽນໃນຮູບແບບປົກກະຕິທົ່ວໄປໄດ້. ແປອີກຢ່າງໜຶ່ງວ່າ: “ຂ້າພະເຈົ້າບໍ່ອະນຸຍາດໃຫ້ສິ່ງເຫລົ່ານັ້ນມາບົງການຂ້າພະເຈົ້າເໝືອນເຈົ້ານາຍ“ (ເບິ່ງ: figs_activepassive)" }, { "title": "ອາຫານນັ້ນມີໄວ້ສຳລັບກະເພາະ, ແລະກະເພາະກໍ່ມີໄວ້ສຳລັບອາຫານ, “ແຕ່ພຣະເຈົ້າເປັນຜູ້ທີ່ທຳລາຍທັງສອງຢ່າງ", "body": "ໃນທີ່ນີ້ອາດມີຄວາມໝາຍ 1) ໂປໂລກຳລັງຕັກເຕືອນໃນສິ່ງທີ່ຊາວເມືອງໂກຣິນໂທຄວນຄິດ, ອາຫານນັ້ນມີໄວ້ສຳລັບກະເພາະ, ແລະກະເພາະກໍ່ມີໄວ້ສຳລັບອາຫານ,“ ໂດຍຄຳຕອບນີ້ພຣະເຈົ້າຈະເປັນຜູ້ທຳລາຍທັງກະເພາະແລະອາຫານ ຫລື 2) ໂປໂລເຫັນວ່າ “ອາຫານນັ້ນມີໄວ້ສຳລັບກະເພາະ, ແລະກະເພາະກໍ່ມີໄວ້ສຳລັບອາຫານ,“ ແຕ່ທ່ານກຳລັງເພິ່ມເຕີມວ່າພຣະເຈົ້າຊົງທຳລາຍທັງສອງຢ່າງຂອງພວກເຂົາ." }, { "title": "ອາຫານນັ້ນມີໄວ້ສຳລັບກະເພາະ, ແລະກະເພາະກໍ່ມີໄວ້ສຳລັບອາຫານ", "body": "ຄວາມໝາຍໜຶ່ງທີ່ເປັນໄປໄດ້ຄື ຜູ້ເວົ້າກຳລັງເວົ້າໂດຍອ້ອມກ່ຽວກັບຮ່າງກາຍແລະເພດ, ແຕ່ທ່ານຄວນແປຕາມຕົວອັກສອນວ່າ “ກະເພາະ“ ແລະ “ອາຫານ“" }, { "title": "ທຳລາຍດ້ວຍ", "body": "“ທຳລາຍ“" } ]